ເພື່ອແນ່ໃສ່ມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ເມືອງເຮືອງຮົວ. ແຂວງກວາງຈິ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນເມືອງເຊໂປນແຂວງສະຫວັນນະເຂດ ສປປ ລາວ. ດັ່ງນັ້ນໃນ ວັນທີ 21 ສິງຫາ 2017 ຜ່ານມາ, ຄະນະຜູ້ແທນເມືອງເຮືອງຮົວ ແຂວງກວາງຈິ ສສ ຫວຽດນາມ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ກໍ່ໄດ້ຈັດກອງປະຊຸມພົບປະແລກປ່ຽນຄວາມຄິດເຫັນຂຶ້ນຢູ່ທີ່ເມືອງເຮືອງຮົວ ແຂວງກວາງຈິ ສສ ຫວຽດນາມ, ໂດຍການເປັນປະທານຂອງ ທ່ານນາງ ໂຫ່ ທິ ເຫຼ້ ຮ່າ ກຳມະການພັກແຂວງ ເລຂາພັກເມືອງທັງເປັນປະທານສະພາປະຊາຊົນ, ທ່ານ ບຸນດາໄລ ເຄນນະວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆເຊໂປນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄະນະຜູ້ແທນຂັ້ນສູງທັງສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບການກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັນລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ຈາກນັ້ນ ທັງສອງຝ່າຍກໍໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນ ຕີລາຄາຄືນການຮ່ວມມື ໃນໄລຍະຜ່ານມາດ້ານດີດ້ານອອ່ນຂໍ່ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງປຶກສາຫາລືເຂົ້າໃສ່ທິດທາງແຜນການ ໃນວຽກງານການພົວພັນຮ່ວມມືທີ່ໄດ້ເຊັນບົດບັນທຶກຊ່ວຍຈໍານໍາກັນໃນປີ 2011 ຜ່ານມາ ເປັນຕົ້ນການສ້າງຊັບພະຍາກອນມະນຸດ, ວຽກງານຄົມມະນາຄົມ (ການກໍ່ສ້າງເສັ້ນທາງບັນດາບ້ານລຽບຕາມເຂດຊາຍແດນ), ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ດ້ານສາທາລະນະສຸກ ໃນໄລຍະຜ່ານມາ ລະຫວ່າງ ເມືອງເຮືອງຮົວ, ແຂວງກວາງຈິ ກັບເມືອງເຊໂປນ, ແຂວງສະຫວັນນະເຂດ ແລະ ການຮ່ວມມືຮອບດ້ານໃນຕໍ່ໜ້າ. ໃນກອງປະຊຸມຍັງໄດ້ຕົກລົງເຫັນດີເປັນເອກະພາບທີ່ຈະໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້້າລວມ, ເວົ້າສະເພາະ ລະຫວ່າງ ສອງເມືອງເຮືອງຮົວ - ເມືອງເຊໂປນ ໃຫ້ເຂົ້າສູ່ລວງເລິກ ແລະ ບາດກ້າວໃໝ່ໃຫ້ນັບມື໊ເພີ່ມພູນຄູນສ້າງຂຶ້ນເລື້້ອຍໆ. ເພື່ອເປັນການຮັດແໜ້ນຄວາມສາມັກຄີມິດຕະພາບ ແລະ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ຂອງທັງສອງເມືອງກໍ່ໄດ້ເຊັນບົດບັນທຶຶກສະບັບໃຫມ່, ເຊິ່ງກອງປະຊຸມແລກປ່ຽນຄວາມຄິເຫັນ ລະຫວ່າງຄະນະຜູ້ແທນຄັ້ງຕໍ່ໄປແມ່ນຈະໄດ້ຈັດຂຶ້ນຢູ່ເມືອງເຊໂປນ ໃນປີ 2018 ແລະ ໃນກອງປະຊຸມການນຳຂັ້ນສູງທັງສອງຝ່າຍກໍໄດ້ມີການມອບຂອງຂັວນ ແລະ ຖ່າຍຮູບຮ່ວມກັນເປັນທີ່ລະລຶກ
ຂ່າວຈາກ: ຫ້ອງການ ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ