ບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງຮາກຖານໜ່ວຍພັກ ກຸ່ມບ້ານວັງວຽງ ເມືອງວັງວຽງ, ແຂວງວຽງຈັນ ໄດ້ເປີດຂຶ້ນນັບແຕ່ວັນທີ 14 ສິງຫາ ເປັນຕົ້ນມາ ແລະ ໄດ້ສຳເລັດລົງໃນວັນທີ 17 ສິງຫາ 2017 ຜ່ານມານີ້, ຢູ່ທີ່ສະໂມສອນເມືອງວັງວຽງ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ສະມາຊິກສະພາແຂວງວຽງຈັນປະຈຳເມືອງວັງວຽງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາ ເລຂາໜ່ວຍພັກແລະສະມາຊິກພັກບ້ານ,ໂຮງຮຽນ ຂອງ ກຸ່ມບ້ານວັງວຽງ ເຂົ້າຮ່ວມ.
ໃນວາລະດໍາເນີນ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ສະມາຊິກສະພາແຂວງວຽງຈັນປະຈຳເມືອງວັງວຽງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກໍ່ໄດ້ເຜີຍແຜ່ເອກະສານເດັດດ່ຽວປົວແປງພັກ ເຊິ່ງມີຄວາມໝາຍຄວາມສຳຄັນທີ່ສຸດເພາະມັນເປັນມູນເຊື້ອ ແລະ ທັງແມ່ນຫຼັກການນຳພາຂອງພັກ ໂດຍມີການໝູນໃຊ້ລັດທິມາກ-ເລນິນເປັນເຂັມຊີ້ທິດເຍືອງທາງ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພຶ່ອປັບປຸງ, ປົວແປງ ແລະ ເຊີດຊູຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ, ທັງແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາ ໃນພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການເປີດປະຕູເພື່ອເຊື່ອມໂຍງກັບສາກົນ, ສະນັ້ນເພື່ອເຮັດໃຫ້ບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຄັ້ງນີ້ມີເນື້ອໃນເລິກເຊິ່ງເຖິງຖອງ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ສິ່ງທ້າທາຍພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາ ບັນດາໜ່ວຍພັກບ້ານ-ໂຮງຮຽນຂອງກຸ່ມບ້ານວັງວຽງ ໃຫ້ນັບມື້ນັບເຂັ້ມແຂງ.
ຈາກນັ້ນ ບັນດາໜ່ວຍພັກບ້ານ-ໂຮງຮຽນຂອງກຸ່ມບ້ານວັງວຽງ ຈະໄດ້ຂຽນໃບສຳຫຼວດ, ແບ່ງໜ່ວຍ, ຜ່ານ ແລະ ປະກອບຄຳເຫັນໃສ່ບົດສຳຫຼວດບຸກຄົນ ທາບທາມຫາງສຽງຄວາມໄວ້ວາງໃຈ ຂອງ ຄະນະບໍລິຫານງານພັກເມືອງ. ຄະນະໜ່ວຍພັກ,ອົງການຈັດຕັ້ງມະຫາຊົນ.
ຜ່ານການດຳເນີນຊີວິດການເມືອງ ສຳຫຼວດຕີລາຄາຈັດປະເພດ ພາຍໃນບັນດາໜ່ວຍພັກບ້ານ 8 ບ້ານ ຄື: ໜ່ວຍພັກບ້ານໂພນຊູ, ໜ່ວຍພັກບ້ານປາກເປາະ, ໜ່ວຍພັກບ້ານວຽງສະໄໝ, ໜ່ວຍພັກບ້ານນາແຄ, ໜ່ວຍພັກບ້ານນາດ້ວງ, ໜ່ວຍພັກບ້ານວຽງໄຊ-ນາຫຼວງ, ໜ່ວຍພັກບ້ານຫ້ວຍງາມ, ໜ່ວຍພັກບ້ານໂພນສູງ ຈຳນວນ 165 ທ່ານ, ຍິງ 27 ທ່ານ, ສາມາດຈັດປະເພດແຂງ 111 ທ່ານ. ປະເພດກາງ 54 ທ່ານ. ໜ່ວຍພັກໂຮງຮຽນ 9 ໂຮງຮຽນຄື: ໜ່ວຍພັກປະຖົມວັງວຽງ, ໜ່ວຍພັກປະຖົມເມືອງຊອງ, ໜ່ວຍພັກປະຖົມຫ້ວຍສະເຫົ້ງາ, ໜ່ວຍພັກປະຖົມໂພນເພັງ, ໜ່ວຍພັກອະນຸບານໂພນເພັງ, ໜ່ວຍພັກປະຖົມນາດ້ວງ, ໜ່ວຍພັກປະຖົມວຽງໄຊ, ໜ່ວຍພັກປະຖົມປາກເປາະ, ໜ່ວຍພັກປະຖົມໂພນສູງ ຈຳນວນ 93 ທ່ານ, ຍິງ 62 ທ່ານ ສາມາດຈັດປະເພດແຂງ 87 ທ່ານ. ປະເພດກາງ 27 ທ່ານ.
ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ສະມາຊິກສະພາແຂວງວຽງຈັນປະຈຳເມືອງວັງວຽງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໂດຍສະຫາຍໄດ້ຍົກໃຫ້ເຫັນການຊີ້ນຳໆພາຂອງອົງຄະນະພັກເມືອງວັງວຽງ ໃນໄລຍະຜ່ານມາ ແລະ ເພຶ່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ຂອບໃຈ ທີມຂ່າວ ຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ