ໂອກາດຢ້ຽມຢາມ ແລະ ເຮັດວຽກທີ່ແຂວງເຊກອງ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະ ແລະ ໂອ້ລົມພະນັກງານການນຳ, ພະນັກງານຫຼັກແຫຼ່ງຂອງແຂວງ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຄຳເຜີຍ ບຸດດາວຽງ ເລຂາພັກແຂວງ ເຈົ້າແຂວງໆເຊກອງ ທີ່ຫ້ອງວ່າການປົກຄອງແຂວງໃນວັນທີ 20 ສິງຫາ 2017 ທີ່ຜ່ານມານີ້.
ໃນພິທີ ທ່ານ ຄຳເຜີຍ ບຸດດາວຽງ ໄດ້ລາຍງານໃຫ້ຮູ້ສະພາບລວມການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ໃນໄລຍະຜ່ານມາວ່າ: ທົ່ວແຂວງໄດ້ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ການນຳພັກ-ລັດທຸກຂັ້ນ ນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນໄດ້ເພີ່ມທະວີໃຫ້ຄວາມເອົາໃຈໃສ່ ຊີ້ນຳໆພາປະຊາຊົນປະຕິບັດແນວທາງການເມືອງຂອງພັກ, ແຜນພັດທະນາ-ເສດຖະກິດ ຂອງລັດໄປພ້ອມໆກັບການປັບປຸງ ແລະ ກໍສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕໍ່ເນື່ອງ.
ດ້ານເສດຖະກິດເຫັນວ່າ ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ຊຶ່ງໃນ 6 ເດືອນຕົ້ນປີ 2017 ລວມຍອດຜະລິດຕະພັນພາຍໃນ GDP ທົ່ວແຂວງເຕີບໂຕສະເລ່ຍ 9,1% ລາຍຮັບສະເລ່ຍໃສ່ຫົວຄົນ ບັນລຸ 1.660 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບເຂົ້າງົບປະມານ (ລາຍຮັບພາຍໃນແຂວງ) ສາມາດປະຕິບັດໄດ້ທັງໝົດ 33,17 ຕື້ກີບທຽບໃສ່ແຜນປີເທົ່າກັບ 48,08 ສ່ວນຍຮ້ອຍ ແລະ ທຽບໃສ່ໄລຍະດຽວຂອງປີກ່ອນຫຼຸດລົງ 2,50%, ຂະນະທີ່ການລົງທຶນຂອງລັດສະພາອະນຸມັດໃຫ້ແຂວງຈັດຕັ້ງປະຕິບັດ ທັງໝົດ 286 ໂຄງການມູນຄ່າ ( 3 ພັນ 929 ຕື້ກວ່າກີບ) ແລະ ສະພາອະນຸມັດງົບປະມານໃນປີ 2017 ມູນຄ່າລວມ 198 ຕື້ກວ່າກີບ, ປະຕິບັດໄດ້ 285 ໂຄງການ, ສາມາດຢັ້ງຢືນສະເໜີຂໍເບີກຈ່າຍ (ທຶນພາຍໃນ) 107 ໂຄງການມູນຄ່າ 77,4 ຕື້ກີບທຽບໃສ່ແຜນເທົ່າກັບ 63 ສ່ວນຮ້ອຍ.
ຄຽງຄູ່ກັນນັ້ນ ແຂວງຍັງໄດ້ເອົາໃຈໃສ່ພັດທະນາດ້ານວັດທະນະທຳ-ສັງຄົມ ໃນນີ້ເລັ່ງໃສ່ວຽກງານສຶກສາ ແລະ ສາທາເປັນຕົ້ນຕໍ ແນໃສ່ເພື່ອເຮັດໃຫ້ຕົວເລກຄາດໝາຍ ທີ່ກຳນົດໄວ້ໃນເປົ້າໝາຍສະຫັດສະວັດດ້ານການພັດທະນາຂອງປະເທດ ກໍຄືຂອງແຂວງໃຫ້ບັນລຸຜົນສຳເລັດໂດຍໄວ ແລະ ອັນທີ່ພົ້ນເດັ່ນໃນປັດຈຸບັນແມ່ນການປະຕິບັດວຽກ ງານ 3 ສ້າງ ກຳລັງດຳເນີນໄປຢ່າງເປັນຂະບວນຟົດຟື້ນ ທັງນີ້, ກໍເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.
ໂອກາດດຽວກັນນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ມີການເຈາະຈີ້ມໃນຫຼາຍບັນຫາ ເພື່ອໃຫ້ການນຳຂອງແຂວງນຳໄປປຶກສາຫາລືກັນ ແລະ ແກ້ໄຂຕໍ່ໄປ. ພ້ອມກັນນີ້ ທ່ານຍັງໄດ້ເນັ້ນໃຫ້ແຂວງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ, ຊຸກຍູ້ສົ່ງເສີມການຜະລິດກະສິກຳ (ປູກຝັງ-ລ້ຽງສັດ) ເປັນສິນຄ້າໄປພ້ອມກັບການພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ, ສຸມໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທີ່ເປັນອຸປະສັກທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຕົກໄປ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດໜ້ອຍຖອຍລົງ ແລະ ສຳເລັດໂດຍພື້ນຖານໃນປີ 2020. ສິ່ງສຳຄັນແຂວງຕ້ອງເອົາໃຈໃສ່ປະຕິບັດວຽກງານ 3 ສ້າງ ສະໜອງເງື່ອນໄຂທີ່ຈຳເປັນເຂົ້າໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຢູ່ແຂວງເຊກອງປະກົດຜົນເປັນຈິງ ໂດຍໄວຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ພັກ-ລັດວາງອອກ.
Editor: ກຳປານາດ ລັດຖະເຮົ້າ