ບັ້ນດຳເນີນຊີວິດການ ເມືອງ ປັບປຸງປົວແປງໜ່ວຍພັກ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ / ໜ່ວຍພັກໄອຍະການ-ຍຸດຕິທຳ ເມືອງວັງວຽງ ແຂວງວຽງຈັນ ໄດ້ສຳເລັດລົງ ເມື່ອບໍດົນມານີ້, ຢູ່ທີ່ຫ້ອງການໄອຍະການ ເຂດ2. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ, ມີບັນດາສະຫາຍເລຂາໜ່ວຍພັກ ແລະ ສະມາຊິກພັກ ຂອງ ໜ່ວຍພັກຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ / ໜ່ວຍພັກໄອຍະການ-ຍຸດຕິທຳ ຈຳນວນ 24 ທ່ານ, ຍິງ 6 ທ່ານເຂົ້າຮ່ວມ.
ໃນວາລະດໍາເນີນ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆ ວັງວຽງ ກໍ່ໄດ້ເຜີຍແຜ່ເອກະສານເດັດດ່ຽວປົວແປງພັກ ເຊິ່ງມີຄວາມໝາຍຄວາມສຳຄັນທີ່ສຸດເພາະມັນເປັນມູນເຊື້ອ ແລະ ທັງແມ່ນຫຼັກການນຳພາຂອງພັກ ໂດຍມີການໝູນໃຊ້ລັດທິມາກ-ເລນິນ ເປັນເຂັມ ທິດເຍືອງທາງ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພຶ່ອປັບປຸງ,ປົວແປງ ແລະ ເຊີດຊູຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ, ທັງແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາ ໃນພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການເປີດປະຕູເພື່ອເຊື່ອມໂຍງກັບສາກົນ, ສະນັ້ນເພື່ອເຮັດໃຫ້ບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຄັ້ງນີ້ມີເນື້ອໃນເລິກເຊິ່ງເຖິງຖອງ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ສິ່ງທ້າທາຍພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາ ຫ້ອງການຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວ / ໜ່ວຍພັກໄອຍະການ-ຍຸດຕິທຳ ເມືອງ ໃຫ້ນັບມື້ນັບເຂັ້ມແຂງ.
ຈາກນັ້ນບັນດາທ່ານ ໃນໜ່ວຍພັກ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ / ໜ່ວຍພັກໄອຍະການ-ຍຸດຕິທຳ ຈະໄດ້ຂຽນໃບສຳຫຼວດ, ແບ່ງໜ່ວຍ, ຜ່ານ ແລະ ປະກອບຄຳເຫັນໃສ່ບົດສຳຫຼວດບຸກຄົນ ທາບທາມຫາງສຽງຄວາມໄວ້ວາງໃຈ ຂອງ ຄະນະບໍລິຫານງານພັກເມືອງ. ຄະນະໜ່ວຍພັກ, ຄະນະຫ້ອງການ, ຫົວໜ້າໜ່ວຍງານ.
ຜ່ານການດຳເນີນຊີວິດການເມືອງ ສຳຫຼວດຕີລາຄາຈັດປະເພດ ພາຍໃນຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຳນວນ 12 ທ່ານ, ຍິງ 3 ທ່ານ, ສາມາດຈັດປະເພດແຂງ 10 ທ່ານ. ປະເພດກາງ 2 ທ່ານ. ໜ່ວຍພັກ ໄອຍະການ-ຍຸດຕິທຳ ຈຳນວນ 12 ທ່ານ, ຍິງ 3 ທ່ານ ສາມາດຈັດປະເພດແຂງ 10 ທ່ານ. ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ ໂດຍທ່ານ ໄດ້ຍົກໃຫ້ເຫັນການຊີ້ນຳໆພາຂອງອົງຄະນະພັກເມືອງວັງວຽງ ໃນໄລຍະຜ່ານມາ ແລະ ເພຶ່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ທີມຂ່າວຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ