ໃນທ້າຍອາທິດຜ່ານມານີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫວັງ ເຫວີນທຽນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດເດີນທາງມາຮັບໜ້າທີ່ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຫວັງ ເຫວີນທຽນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມທັງ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ຄູ່ຮ່ວມສະຕາກຳດຽວກັນ ລະຫວ່າງ ສປປ ລາວ-ສປ ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ, ໂດຍເຫັນໄດ້ຈາກການສ້າງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ; ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງປະເທດຢ່າງເປັນປົກກະຕິ; ການຂະຫຍາຍຕົວ ທາງດ້ານການພົວພັນຮ່ວມມື ໃນຂະແໜງເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຂອງສອງກະຊວງການ ຕ່າງປະເທດ.
ພ້ອມນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປ ຈີນ ຕໍ່ການຕ້ອນຮັບ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການນຳຂັ້ນສູງຂອງ ສປປ ລາວ ໃນການເຄື່ອນ ໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆທີ່ ສປ ຈີນ ເປັນເຈົ້າພາບ; ພ້ອມສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມຄັ້ງປະຖົມມະລຶກ ເວທີປຶກສາຫາລື ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ ຈີນ ໃນເດືອນພຶດສະພາທີ່ຜ່ານມາ ແລະ ເມື່ອບໍ່ນານມານີ້, ໝາກຜົນແຫ່ງການພົວພັນຮ່ວມມື ຂອງສອງຝ່າຍ ຍິ່ງໄດ້ຮັບຜົນສໍາເລັດເພີ່ມຂຶ້ນ ໂດຍສະເພາະ ແມ່ນຄວາມຄືບໜ້າ ຂອງການສ້າງທາງລົດໄຟຄວາມໄວສູງ ລະຫວ່າງ ລາວ-ຈີນ ທີ່ເປັນໂຄງການຍຸດທະສາດສໍາຄັນ ທີ່ຈະປະກອບສ່ວນ ໃນການສ້າງສາພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ແລະ ການເຊື່ອມຈອດໃນພາກພື້ນທີ່ສໍາຄັນ.
ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ທ່ານທູດ ປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ຈະສືບຕໍ່ເຄື່ອນໄຫວຊຸກຍູ້ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແລ້ວນັ້ນ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ.
ໃນໂອກາດດຽວກັນ, ທ່ານ ຫວັງ ເຫວີນທຽນ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະປະກອບສ່ວນທຸກຄວາມສາມາດຂອງຕົນ ໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ກໍຄືການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.
Editor: ດາວໄຊ ສີວິໄລ