ໃນ ວັນທີ 16 ສິງຫາ 2017 ຜ່ານມານີ້, ຢູ່ທີ່ສະໂມສອນຂອງເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີພິທີປະຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 67 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ ແລະ ພິທີຮັບຮອງໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 1 ແລະ ຄັ້ງທີ 2 ສະໄໝທີ 7. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງວັງວຽງ, ສະມາຊິກສະພາແຂວງວຽງຈັນ ປະຈຳເມືອງວັງວຽງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີ ທ່ານນາງ ຂັນຄໍາ ສີທານີ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ. ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ, ຫົວໜ້າ-ສະມາຊິກສະຫະພັນແມ່ຍິງໜ່ວຍກົມກອງ ແລະ ບ້ານເຂົ້າຮ່ວມ.
ໃນພິທີທ່ານ ຄໍາຜອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆວັງວຽງ ກ່າວວ່າ: ຕະຫຼອດ 67 ປີ ຜ່ານມາພັກ-ລັດ ແລະ ປະຊາຊົນ ໄດ້ຮັບຮູ້ເຖິງຜົນງານ ອັນໃຫຍ່ຫຼວງຂອງສູນກາງແນວລາວສ້າງຊາດ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ, ການປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ ແລະ ເຖິງວ່າມີຂໍ້ສະດວກຫຼາຍ ປະການ ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ບຸກບືນກວ່າເກົ່າ, ສະນັ້ນ ໜ້າທີ່ອັນຮີບດ່ວນໃນຕໍ່ ໜ້າແມ່ນຈະໄດ້ເພີ່ມທະວີການນຳພາຂອງພັກທຸກຂັ້ນ, ທຸກແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃຫ້ສົມ ຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອພ້ອມກັນເຮັດສຳເລັດພາລະກິດຂອງພັກ.
ພ້ອມນີ້, ຍັງໃຫ້ກຽດ ປະຖະກະຖາປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວວ່າ ຕະຫຼອດໄລຍະທີ່ຜ່ານມາ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງເປັນປົກກະຕິ ວຽກງານປັບປຸງການຈັດຕັ້ງ ກໍ່ສ້າງພະນັກງານ ແລະ ວຽກງານນະໂຍບາຍ ວຽກປົກປ້ອງສິດຜົນປະໂຫຽດຂອງແມ່ຍິງ ແລະ ເດັກນ້ອຍ ວຽກພັດທະນາຊີວິດການເປັນຢູ່ຂອງແມ່ຍິງ ແລະ ຄອບຄົວ ເພື່ອແກ້ໄຂຄວາມທຸກຍາກ ເຊິ່ງການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ວຽກງານປຸກລະດົມແມ່ຍິງ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນພິທີຍັງໄດ້ຜ່ານບົດສະຫຼຸບ 3 ດີ ແລະ ບຸກຄົນ 3 ດີ. ສະຫະພັນແມ່ຍິງເມືອງມີທັງໝົດ 1.296 ຄົນ, ມີສະມາຊິກພັກ 145 ສະຫາຍໄດ້ແບ່ງອອກເປັນ 26 ໜ່ວຍກົມກອງ ແລະ 5 ໜ່ວຍບ້ານ. ສາມາດປະເມີນຜົນຮັບຮອງເປັນບ້ານ ແລະ ໜ່ວຍສະຫະພັນແມ່ຍິງ 3 ດີ ຄັ້ງທີ 1 ແລະ 2 ສະໄໝທີ 7 ຄື: ພົນລະເມືອງດີ ຈຳນວນ 1.296 ຄົນ, ພັດທະນາດີ 939 ຄົນ, ສ້າງຄອບຄົວດີ ຈຳນວນ 1.296 ຄົນ, ຢັ້ງຢືນສະມາຊິກສະຫະພັນແມ່ຍິງ 3 ດີ ໄດ້ 970 ຄົນ. ໃຫ້ກຽດມອບໂດຍທ່ານນາງ ຂັນຄໍາ ສີທານີ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ແລະ ກ່າວຮັບໂດຍ 26 ໜ່ວຍກົມກອງ ແລະ 5 ໜ່ວຍບ້ານ.
ຕອນທ້າຍພິທີ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ສະມາຊິກສະພາແຂວງວຽງຈັນປະຈຳເມືອງວັງວຽງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຍັງໄດ້ໃຫ້ກຽດມອບຂອງຂວັນໃຫ້ແກ່ພະນັກງານອາວຸໂສບຳນານ ແລະ ໃຫ້ກຽດໂອ້ລົມຕື່ມອີກ.
ຂອບໃຈ ທີມຂ່າວ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ