ການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນຕະຫລອດ 67 ປີ ຈາກການເປັນພຽງກະບອກສຽງຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການນໍາສະເໜີຂໍ້ມູນຂ່າວສານ ຜ່ານ ເຄື່ອງມືແບບປະຖົມປະຖານທີ່ບໍ່ທັນສະໄໝ ໃນເມື່ອກ່ອນ ຈົນໄດ້ຮັບການພັດທະນາຢ່າງຮອບດ້ານ ສໍາລັບສື່ມວນຊົນລາວ ທ່າມກາງສິ່ງທ້າທາຍ ແລະ ສະພາບການຂອງໂລກ ທີ່ມີການປ່ຽນແປງ ແຕ່ລະໄລຍະ ໄດ້ຮຽກຮ້ອງໃຫ້ນັກຂ່າວ, ນັກຂຽນ, ນັກປະພັນ ແລະ ອົງການກ່ຽວຂ້ອງ ຕ້ອງປັບປຸງຄວາມສາມາດຂອງຕົນເອງ ໄປຄວບຄູ່ກັບການຫັນທິດ ຈາກລະບົບອານາລ໋ອກ ໄປສູ່ລະບົບດີຈີຕອນ.
ໃນວັນທີ 11 ສິງຫາ 2017 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສື່ມວນຊົນແຫ່ງຊາດລາວ ແລະ ວັນພິມຈໍາໜ່າຍຄົບຮອບ 67 ປີ (13 ສິງຫາ 1950 -13 ສິງຫາ 2017) ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ພະນັກງານອາວຸໂສ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄໍາ ວົງດາລາ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ບັນດາສື່ມວນຊົນ ແລະ ພີມຈໍາໜ່າຍ ຕ້ອງເອົາໃຈໃສ່ພັດທະນາວຽກງານດັ່ງກ່າວ ໃຫ້ດີຂຶ້ນທາງດ້ານຄຸນນະພາບ ແລະ ປະລິມານ ເພີ່ມຄວາມສາມາດການແຂ່ງຂັນໃຫ້ດີຂຶ້ນ. ປັດຈຸບັນ ສື່ມວນຊົນພາກພື້ນ ແລະ ໃນໂລກ ມີການ ຂະຫຍາຍຕົວຢ່າງວ່ອງໄວ ໃນການເຊື່ອມຕົວເຂົ້າສູ່ລະບົບທັນສະໄໝ ເຊິ່ງເປັນການຊຸກຍູ້ໃຫ້ສື່ມວນຊົນລາວ ຕ້ອງໄດ້ບຸກບືນ ແລະ ປັບປຸງຕົນເອງໃຫ້ທັນກັບຍຸກສະໄໝເຕັກໂນໂລຊີ. ພ້ອມນັ້ນ ການພັດທະນາບຸກຄະລາກອນ ໃນທຸກດ້ານກໍຕ້ອງໃຫ້ມີຄວາມຮູ້, ຄວາມສາມາດ, ຄຽງຄູ່ກັບວຽກງານສື່ມວນຊົນ ແລະ ການພີມຈໍາໜ່າຍໃຫ້ມີຜະລິດຕະພັນຫລາກຫລາຍ, ພັດທະນາພື້ນຖານໂຄ່ງລ່າງ, ພັດທະນາວັດຖຸອຸປະກອນຮັບໃຊ້ ໜ້າທີ່ວຽກງານຈາກພາກລັດ ແລະ ເອກະຊົນ ເພື່ອຮອງຮັບກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ. ໃນນັ້ນ ການນໍາພາແນວຄິດການເມືອງ ກໍເປັນບັນຫາສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະ ພະນັກງານທີ່ເຮັດໜ້າທີ່ການເມືອງ ຈະເປັນນັກຂ່າວ, ການພີມຈໍາໜ່າຍ ທັງພາກລັດ-ພາກເອກະຊົນ ຖ້າບໍ່ເອົາໃຈໃສ່ ກໍຈະນໍາໃຊ້ໄປໃນທາງທີ່ຜິດ ແລະ ບໍ່ມີປະສິດທິຜົນ ຕ້ອງໄດ້ມີການຫລີກເວັ້ນ ແລະ ຈໍາແນກໃຫ້ຖືກຕ້ອງ. ສະນັ້ນຕ້ອງເສີດຊູຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ ຕ້ອງຢຶດໝັ້ນຕາມກົດໝາຍວ່າດ້ວຍສື່ມວນຊົນ ເພາະສື່ມວນຊົນເປັນກະບອກສຽງ ໃນການໂຄສະນາແນວທາງນະໂຍບາຍຂອງ ພັກ - ລັດ ເປັນເວທີສະແດງແນວຄວາມຄິດເຫັນ ແລະ ສ່ອງແສງໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ.
ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ມາຮອດປັດຈຸບັນ ສື່ສິ່ງພິມມີໜັງສືພິມ ແລະ ວາລະສານ 144 ສະບັບ ໃນນັ້ນ ມີໜັງສືພິມ 29 ສະບັບ (ລາຍວັນເປັນ 11 ສະບັບ), ວາລະສານ 111 ສະບັບ ແລະ ໃບຂ່າວ 4 ສະບັບ, ວິທະຍຸກະຈາຍສຽງມີ 63 ສະຖານີ ສູນກາງ 11 ສະຖານີ ແລະ ທ້ອງຖິ່ນ 52 ສະຖານີ ກວມ 95%, ໂທລະພາບ 37 ສະຖານີ, ສູນກາງ 9 ສະຖານີ ແລະ ທ້ອງຖິ່ນ 28 ສະຖານີ, ລະບົບໂທລະໂຄ່ງ ສາມາດຕິດຕັ້ງໄດ້ 4.835 ບ້ານ ໃນຈໍານວນ 8.662 ບ້ານ ໃນທົ່ວປະເທດ. ສໍາລັບວຽກງານພິມຈໍາໜ່າຍທົ່ວປະເທດມີ 103 ແຫ່ງ ຂອງລັດ 7 ແຫ່ງ, ມີສຳນັກພິມ 20 ແຫ່ງ ເປັນຂອງລັດ 2 ແຫ່ງ. ປັດຈຸບັນ ມີນັກປະພັນ 145 ຄົນ ຍິງ 30 ຄົນ.
Editor: ດາວໄຊ ສີວິໄລ