ວັນທີ 8 ສິງຫາ 2017 ຜ່ານມານີ້ ຄະນະບໍລິຫານງານພັກເມືອງໆຄຳ ໄດ້ຕ້ອນຮັບການລົງມາຢ້ຽມຢາມຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ພິທີຕ້ອນຮັບໄດ້ຈັດຂື້ນທີ່ສະໂມສອນ ສຳນັກງານປົກຄອງເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ.
ເນື້ອໃນໂອກາດດັ່ງກ່າວ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄຳ ກໍ່ໄດ້ຂື້ນຜ່ານບົດລາຍງານສັງລວມໂດຍຫຍໍ້ໃຫ້ຮູ້ວ່າ: ເມືອງຄຳ ເປັນເມືອງໜຶ່ງທີ່ຢູ່ຫ່າງໄກຈາກເທດສະບານແຂວງ ປະມານ 53 ກິໂລແມັດ, ປະກອບມີເນື້ອທີ່ດິນທັງໝົດ 2,334 ກິໂລຕາແມັດ, ເປັນທົ່ງພຽງ ແລະ ພູດອຍ ເປັນສ່ວນໃຫຍ່, ປະກອບມີ 6 ກຸ່ມບ້ານ, ມີ 90 ບ້ານ, ມີ 8,302 ຫຼັງຄາເຮືອນ, ມີ 10,145 ຄອບຄົວ ແລະ ມີພົນລະເມືອງທັງໝົດ 52,600 ຄົນ, ຍິງ 25,600 ຄົນ, ມີ 5 ເຜົ່າ ຢູ່ຮ່ວມກັນ, ພາຍໃນເມືອງຍັງຖືເອົາວຽກງານການເມືອງແນວຄິດເປັນໃຈກາງ ໃນການຊີ້ນຳນຳພາເຊື່ອມຊືມຜັນຂະຫຍາຍມະຕິ 10 ຂອງພັກ, ມະຕິ 7 ຂອງແຂວງແລະ ມະຕິ 11 ຂອງເມືອງ ແລະ ຜົນສຳເລັດກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍວັນສຳຄັນຕ່າງໆຂອງພັກ-ລັດ ເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ພໍ່ແມ່ປະຊາຊົນເຊື່ອໝັ້ນຕໍ່ການນຳພາຂອງພັກ ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງພັກ-ລັດ ຢ່າງກ້ວາງຂວາງ ກຳນົດໄລຍະການຂະຫຍາຍຕົວຂອງເສດຖະກິດ, ນອກຈາກນີ້, ເມືອງຄຳຍັງມີທ່າແຮງໃນການປູກຝັງລ້ຽງສັດ ເປັນບູລິມະສິດ ທີ 1, ການທ່ອງທ່ຽວປະຫວັດສາດ, ວັດທະນະທຳ ເປັນບູລິມະສິດທີ 2 ແລະ ອຸດສາຫະກຳ, ຫັດຖະກຳປຸງແຕ່ງ ເປັນບູລິມະສິດທີ 3 ສາມາດສ້າງລາຍຮັບຜະລິດຕະພັນໄດ້ເຖິງ 504,68 ຕື້ກີບ( 504 ຕື້ 680 ລ້ານກວ່າກີບ ) ສະເລ່ຍໃສ່ຄີງຄົນໜຶ່ງໄດ້ 1,350 ກວ່າໂດລາສາຫະລັດ, ພ້ອມທັງຄາດໝາຍໃນປີ 2019 ຈະສ້າງລາຍຮັບຄີງຄົນໜຶ່ງໃຫ້ໄດ້ 1,743 ໂດລາສາຫະລັດຕໍ່ຄົນຕໍ່ປີ.
ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳແກ່ຄະນະບໍລິຫານງານພັກເມືອງໆຄຳ ຈົ່ງພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນເອງ, ເຕົ້າໂຮມຄວາມສາມັກຄີໃຫ້ ໜັກແໜ້ນ ແລະ ສົ່ງເສີມກະຕຸກຊຸກຍູ້ຜະລິດຕະພັນຕ່າງໆ ຢູ່ຂັ້ນຮາກຖານໃຫ້ມີບາດກ້າວຂະຫຍາຍຕົວຂື້ນເລື່ອຍໆ.
ຂອບໃຈ ທີມຂ່າວ ຖວທ ເມືອງຄຳ
Editor: ກຳປານາດ ລັດຖະເຮົ້າ