ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພານັກທຸລະກິດອາຊຽນ - ອີນເດຍ ໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 25 ປີ ການເປັນຄູ່ຮ່ວມ ອາຊຽນ - ອີນເດຍ ຂື້ນ ໃນວັນທີ 7 ສິງຫາ 2017 ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.
ໃນໂກາດນີ້ ທ່ານ ສົມຈິດ ອີນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ໃນປີ 2016 ຜ່ານມາ ສປປ ລາວ ໄດ້ສົ່ງອອກສີນຄ້າຫລາຍປະເພດອອກໄປຍັງ ປະເທດ ອີນເດຍ ເຊັ່ນ: ປະເພດແຮ່ທາດ, ຢາງພາລາ, ປະເພດເຟີນີເຈີໄມ້ ແລະ ສິນຄ້າອື່ນໆ, ລວມມູນຄ່າ ຫລາຍກວ່າ ຮ້ອຍລ້ານໂດລາສະຫະລັດ, ສ່ວນການນໍາເຂົ້າສີນຄ້າ ຈາກ ປະເທດອີນເດຍ ກໍ່ມີຫລາຍ ສະເລ່ຍມູນຄ່າ ຫລາຍກ່າວ 30 ລ້ານໂດລາສະຫະລັດ, ໃນນັ້ນ, ລວມມີເຄື່ອງກົນຈັກ, ສີນຄ້າກະສິກໍາ, ພະລິດຕະພັນເຫຼັກ ແລະ ອື່ນໆ. ຊຶ່ງເຮັດໃຫ້ ປະເທດອີເດຍ ຖືກຈັດໃຫ້ເປັນອັນດັບ ທີ 8 ຂອງ ປະເທດ ທີ່ລົງທືນ ໃນ ສປປ ລາວ, ນອກນີ້, ຕາມຂໍ້ມູນຍັງໃຫ້ຮູ້ອີກວ່າ: ກ່ອນຫນ້ານີ້ ການຮ່ວມມືດ້ານການຄ້າລະຫວ່າງ ອີນເດຍ ກັບ ອາຊຽນ ໃນລະຫວ່າງປີ 2007 ຫາ 2008 ມີພຽງແຕ່ 30 ຕື້ກວ່າໂດລາສະຫະລັດ, ແຕ່ມາເຖິງປະຈຸບັນ ໄດ້ເພີ່ມຂື້ນມາເປັນ 71 ຕື້ກ່ວາ ໂດລາສະຫະລັດ ແລະ ເຮັດໃຫ້ອາຊຽນ ເປັນຄູ່ຮ່ວມດ້ານການຄ້າ ໃນອັນດັບ ທີ 4 ຂອງອີນເດຍ.
Editor: ກຳປານາດ ລັດຖະເຮົ້າ