ວັນທີ 8 ສິງຫາ 2017 ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ການນຳແຂວງຊຽງຂວາງ ໄດ້ລົງຢ້ຽມຢາມກະຕຸກ ຊຸກຍູ້ຜະລິດຕະພັນ ກ້າກີບດຽວ ແລະ ຫັນຖະກຳຕຳຫູກບ້ານຊຽງກ່ຽວ ເມືອງຄຳ ແຂວງຊຽງຂວາງ.
ໃນບັນຍາກາດດັ່ງກ່າວ ທ່ານ ແຝງພົມ ໂດຍບຸນມີ ຮອງເລຂາພັກບ້ານ ຮອງນາຍບ້ານ-ບ້ານຊຽງກ່ຽວ ກໍ່ໄດ້ຂື້ນລາຍງານປະຫວັດຄວາມເປັນມາໂດຍລວມຂອງບ້ານໃຫ້ຮູ້ວ່າ: ບ້ານຊຽງກ່ຽວເປັນບ້ານດັ່ງເດີມ ທີ່ໄດ້ສ້າງຕັ້ງມາແຕ່ປີ 1075 ເປັນເຜົ່າໄຕດຳ, ຫ່າງຈາກເທດບານເມືອງ 3 ກິໂລແມັດ, ປະກອບມີ 117 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 566 ຄົນ, ຍິງ 277 ຄົນ, ພາຍໃນບ້ານຍັງໄດ້ຖືເອົາການ ເມືອງ-ແນວຄິດເຜີຍແຜ່ເຊື່ອມຊືມມະຕິ, ຄຳສັ່ງ, ເອກະສານຕ່າງໆທີ່ສຳຄັນຂອງພັກ-ລັດ ໃຫ້ແກ່ພໍ່ແມ່ປະຊາຊົນເຮັດໃຫ້ປະຊາຊົນມີຄວາມຕື່ນຕົວສະມັກໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາເສດຖະກິດຄອບຄົວ ນອກຈາກນີ້, ຄະນະພັກອຳນາດການປົກຄອງບ້ານຊຽວກ່ຽວ ກໍ່ຍັງພ້ອມກັນອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ໄດ້ຕະຫຼອດມາ, ພາຍໃນບ້ານຍັງມີທ່າແຮງໃນການປູກຝັງ-ລ້ຽງສັດ ເປັນ ອາຊີບຫຼັກ ແລະ ມີອາຊີບເສີມໃນການປູກພືດລົ້ມລຸກ ແລະ ຕໍ່າຫູກທໍໄໝ ສາມາດສ້າງລາຍຮັບເຂົ້າບ້ານໄດ້ ເຖິງ 5 ຕື້ 149 ລ້ານກວ່າກີບ, ສະເລ່ຍໃສ່ຄີງຄົນໜຶ່ງໄດ້ ເກືອບ 10 ລ້ານກີບ ຫລື 1.137 ໂດລາສາຫະລັດຕໍ່ຄົນ ຕໍ່ປີ. ຈົນມາຮອດ ວັນທີ 30 ຕຸລາ 2009 ບ້ານຊຽງກ່ຽວ ສາມາດຮັບນາມມະຍົດເປັນບ້ານພັດທະນາເປັນແຫ່ງທຳອິດຂອງເມືອງຄຳ ແລະ ທີ 2 ຂອງແຂວງຊຽງຂວາງ. ພ້ອມນັ້ນບັນດາຄອບຄົວຕົວແບບ ກໍ່ໄດ້ພັດປ່ຽນກັນຂື້ນລາຍງານເຊັ່ນ: ຄອບຄົວຕົວແບບການປູກເຂົ້າກ້າກີບດຽວ ແລະ ຄອບຄົວຕົວແບບຫັດຖະກຳຕ່ຳຫູກ ຫຼັງຈາກນັ້ນ, ຄະນະຜູ້ແທນກໍ່ໄດ້ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງຄອບຄົວຕົວແບບຕື່ມອີກ.
ໃນຕອນທ້າຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດ ທ່ານຍັງໄດ້ກ່າວສະແດງຄວາມດີອົກດີໃຈ ຕໍ່ກັບຜົນງານໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ພ້ອມທັງພ້ອມທັງໃຫ້ທິດຊີ້ນຳແກ່ຄະນະພັກ ອຳນາດການປົກຄອງບ້ານ ຈົ່ງພ້ອມກັນເຕົ້າຮ່ວມຄວາມສາມັກຄີກັນ ຜັນຂະຫຍາຍຜະລິດຕະພັນໃຫ້ຂະຫຍາຍຕົວຂື້ນເລື່ອຍໆ. ຫຼັງຈາກນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ກໍ່ຍັງໄດ້ມອບເງິນ ຈຳນວນ 15 ລ້ານກີບ ໃຫ້ແກ່ບ້ານຊຽງກ່ຽວ ໂດຍເປັນກຽດຂື້ນຮັບຂອງຄະນະພັກບ້ານ-ບ້ານຊຽງກ່ຽວ ພ້ອມນັ້ນ ກໍ່ໄດ້ເດີນທາງໄປທ່ຽວຊົມ ນາເຂົ້າກ້າກີບດຽວ ແລະ ຫໍຫັດຖະກຳຕ່ຳຫູກ ຕື່ມອີກ
ຂອບໃຈທີມຂ່າວ ຖວທ ເມືອງຄຳ
Editor: ກຳປານາດ ລັດຖະເຮົ້າ