ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະການນຳຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມນາມ ແລະ ຊີ້ນຳວຽກງານຢູ່ແຂວງຊຽງຂວາງ ໃນຕອນເຊົ້າວັນທີ 9 ສິງຫາ 2017 ຜ່ານມານີ້, ໂດຍມີ ທ່ານ ສາດສະດາຈານ ປະລິນຍາເອກ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ແຂວງຊຽງຂວາງສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ໃຫ້ເຂົ້າສູ່ລວງເລິກ ຢ່າງມີປະສິດທິຜົນສູງ ບໍລິຫານວຽກງານພາຍໃຕ້ກົດໝາຍຢ່າງເຂັ່ງຂັດ ຈັດຕັ້ງປະຕິບັດມະຕິຄຳສັ່ງຂອງຂັ້ນເທິງໃຫ້ເຂັ້ມງວດ, ປາບປາມຢາເສບຕິດຢ່າງເປັນຂະບວນຢ່າງຈິງຈັງ-ຄຸ້ມຄອງ ພະນັກງານການເງິນໃຫ້ເຂັ້ມງວດ -ຕ້ານການສໍ້ຫຼາດບັງຫຼວງ ພະຍາຍາມແກ້ໄຂປະກົດການຫຍໍ້ທໍ້ ໃຫ້ຈັດແບ່ງພາຫະນະປະຈຳຕຳແໜ່ງຕາມລະບຽບ ຄຸ້ມຄອງປ່າໄມ້ ປາບປາມການລັກລອບຕັດໄມ້, ການລັກລອບສົ່ງໄມ້ອອກນອກ ປະເທດ ໃຫ້ປະຕິບັດຄຳສັ່ງເລກທີ 15 ຢ່າງເຂັ່ງຂັດ, ທຸກຄົນເປັນຫູເປັນຕາຊ່ວຍກັນ ໃຫ້ພັດທະນາແຂວງຊຽງຂວາງ ຈະເລີນກ້າວໄກ ເປັນແບບຢ່າງໃຫ້ກັບແຂວງອື່ນໆ ສົມກັບເປັນແຂວງວິລະຊົນ.
Editor: ກຳປານາດ ລັດຖະເຮົ້າ