ໃນໂອກາດເຂົ້າຮ່ວມກອງປະຊຸມປັບປຸງປົວແປງພັກ ໃນເດືອນຜ່ານມານີ້ ທ່ານ ຄໍາໄພ ສິມມາວັດ ຮອງເລຂາພັກເມືອງ-ຮອງເຈົ້າເມືອງທ່າແຕງ ໄດ້ເນັ້ນໃຫ້ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງ ຂອງໜ່ວຍພັກຫ້ອງວ່າການປົກຄອງເມືອງທ່າແຕງ ເພີ່ມທະວີບົດບາດການນໍາພາຂອງພັກໃຫ້ສູງຂື້ນ.
ທ່ານ ຄໍາໄພ ສິມມາວັດ ຮອງເລຂາພັກເມືອງ-ຮອງເຈົ້າເມືອງ ທ່າແຕງ ກ່າວວ່າ: ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມໄວ້ວາງໃຈ ກວ່າໝູ່ໃນຊົນຊັ້ນກໍາມະການ, ຊາວກະສິກອນ,ປັນຍາຊົນປະຕິວັດ ແລະ ຊັ້ນຄົນອອກແຮງງານອື່ນໃນເຜົ່າຕ່າງໆ ເຊິ່ງໄດ້ຜ່ານການທົດສອບໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ,ວັດຖຸປະສົ່ງ ແລະ ອຸດົມການ ຂອງພັກຢ່າງສຸດກົກ-ສຸດປາຍ,ໃນຂະນະດຽວກັນ ຄະນະພັກຕ້ອງເອົາໃຈໃສ່ບໍາລຸງສ້າງພະນັກງານສືບທອດປ່ຽນແທນ ໂດຍເລີ່ມຈາກການກໍານົດໜ່ວຍງານ, ຂະແໜ່ງການ ຕິດພັນກັບການທົດສອບວຽກງານຕົວຈິງ ຈາກການລົງຄະແນນສຽງ ຄວາມເຊື່ອໝັ້ນໄວ້ວາງໃຈ, ພ້ອມທັງເພີ່ມທະວີຄວາມເປັນເຈົ້າການ, ເສີມຂະຫຍາຍຫົວຄິດປະດິດສ້າງ, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ລະບຽບກົດໝາຍ, ເສີມຂະຫຍາຍເນື້ອໃນຈິດໃຈ ໃນບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ໃຫ້ເຂົ້າສູ່ລວງເລິກ ໃນຂະບວນການວຽກງານຕົວຈິງ ຕາມລະບຽບຫຼັກການຂອງພັກ, ລັດຖະທໍາມະນູນ, ກົດໝາຍຢ່າງໜັກແໜ້ນ.
Editor: ກຳປານາດ ລັດຖະເຮົ້າ