ເມື່ອບໍ່ດົນມານີ້, ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ. ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ຊີ້ນຳໃຫ້ຄະນະຮັບຜິດຊອບໂຄງການສໍາຫຼວດ ແລະ ສ້າງແຜນພັດທະນາແບບກວມລວມ ທົ່ວເຂດພູພຽງບໍລິເວນໂດຍສະເພາະ ຂະແໜ່ງການກ່ຽວຂ້ອງ ນັບແຕ່ຂັ້ນກະຊວງ,ຂັ້ນແຂວງ, ຂັ້ນເມືອງ ຕ້ອງເພີ່ມທະວີໃນການຜັນຂະຫຍາຍບັນດາວຽກງານໂຄງການສໍາຫຼວດ ແລະ ສ້າງແຜນພັດທະນາແບບກວມລວມທົ່ວເຂດພູພຽງບໍລິເວນໃນ 5 ເດືອນທ້າຍປີ 2017, ນັບແຕ່ເດືອນ ສິງຫາ ຈົນເຖິງເດືອນທັນວາ 2017 ນີ້ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ບັນດາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຖອດຖອນບົດຮຽນໃນ 7 ເດືອນຜ່ານມາ ຖືກຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ຕາມລະດັບຄາດໝາຍ. ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂື້ນທີ່ສະໂມສອນເມືອງທ່າແຕງ, ແຂວງເຊກອງ, ເມື່ອບໍ່ດົນຜ່ານມາ ໂດຍມີບັນດາທ່ານຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງຫ້ອງການ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ສະແດງຍ້ອງຍໍຊົມເຊີຍ ແລະ ຊີ້ທິດເຍືອງທາງຕໍ່ກອງປະຊຸມ ການສໍາຫຼວດ ແລະ ສ້າງແຜນພັດທະນາແບບກວມລວມທົ່ວເຂດພູພຽງບໍລິເວນຄັ້ງນີ້ ສຸດທີ່ມີຄວາມສຳຄັນ ຈິ່ງໄດ້ຮຽກຮ້ອງໃຫ້ພະນັກງານການນໍາ ຄະນະຮັບຜິດຊອບທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ພ້ອມກັນສູ້ຊົນປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ,ເອົາໃຈໃສ່ສືບຕໍ່ສັງລວມຂໍ້ມູນ-ເກັບກໍາຂໍ້ມູນໃຫ້ພຽງພໍ, ການກໍານົດແຜນຍຸດທະສາດ, ວິທີເຮັດວຽກ, ກໍານົດແຜນງານ, ກໍານົດໂຄງການ,ກິດຈະກໍາ,ແຜນງົບປະມານ ແລະ ມາດຕະການຈັດຕັ້ງປະຕິບັດ ລະຫວ່າງ ຂັ້ນກະຊວງກັບແຂວງກັບເມືອງ ແຕ່ລະຂະແໜ່ງການໃຫ້ສ້າງແຜນແມ່ບົດໃຫ້ສໍາເລັດ ເພື່ອພັດທະນາວຽກການສໍາຫຼວດ ແລະ ສ້າງແຜນພັດທະນາແບບກວມລວມທົ່ວເຂດພູພຽງບໍລິເວນ ໂດຍສະເພາະ ພັດທະນາກະສິກໍາທີ່ສະອາດ, ປອດສານພິດ ຕິດພັນກັບການຂະຫຍາຍເນື້ອທີ່ປູກປ່າໄມ້, ມີແຜນການຜະລິດເປັນສິນຄ້າ, ຫັດຖະກໍາຕໍ່າແຜນ, ການຈັກສານ ທີ່ຕະຫຼາດຮອງຮັບ, ສ້າງກິດຈະກໍາທ່ອງທ່ຽວ ໃຫ້ມີຄວາມຍືນຍົງທັນສະໄໝ, ລວມໄປເຖິງອັດຕາປະລະຂອງນັກຮຽນ ແລະ ຄ້າງຫ້ອງໃຫ້ລຸດລົງ, ການໂພສະນາການ, ການຕອບສະໜອງພະລັງງານ-ການຜະລິດ, ພັດທະນາສີມືແຮງງານ, ການສ້າງຊົນລະປະທານ, ສ້າງໂຄງການກັກກັນນໍ້າ, ຟື້ນຟູອະນຸລັກປ່າໄມ້, ສຸ່ມໃສ່ແຫຼ່ງທ່ອງທ່ຽວ ທີ່ມີເຂົ້າໃນການພັດທະນາສີມືແຮງງານ, ສ້າງສ່ວນເຕັກນິກວິຊາຊີບຂອງການສຶກສາ,ກວດຄືນຜັງເມືອງ, ກໍານົດເປົ້າໝາຍທີ່ຈະຂະຫຍາຍເສັ້ນທາງ, ກໍາໄດ້ໜໍແໜ່ງປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂື້ນເຊັ່ນ: ຂີ້ລັກງັດແງະ, ບັນຫາຢາເສບຕິດ, ການສວຍໃຊ້ສາດສະໜາອື່ນໆເຫຼົ່ານີ້ເປັນຕົ້ນ.
ຂອບໃຈ ທີມຂ່າວ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ