ໃນວັນທີ 8 ສິງຫາ 2017 ນີ້, ທີ່ສູນການຄ້າ ວຽງຈັນເຊັນເຕີ້ ໄດ້ຈັດພິທີຖະແຫລງຂ່າວ ເປີດໂຕ ປື້ມຜົນງານ ການແຕ້ມ ແລະ ການອອກແບບ ຂອງ ອາຈານ ອານູໂລມ ສຸວັນດວນ ສີລະປິນດີເດັ່ນ ສາຂາ ວິຈິດສິນ. ເຊີ່ງເປັນປື້ມທີ່ໂຮມເອົາຮູບແຕ້ມເກົ່າໆ ເອົາມາເລົ່າຄືນໃຫມ່. ໂດຍຫາເບີ່ງໄດ້ຍາກ, ພ້ອມທັງບົດຂຽນປະກອບ ເລັກຫນ້ອຍ ກ່ຽວກັບຮູບແຕ່້ມ ເຊິ່ງເປັນປື້ມທີ່ມີຄຸນຄ່າ ເຫມາະສົມແກ່ການສະສົມໄວ້, ຮັກສາໄວ້.
ພາຍໃນງານ ໂດຍໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ບົວເງີນ ຊາພູວົງ ສີລະປິນແຫ່ງຊາດ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວິເສດ ສະແຫວງສຶກສາ ນັກຂຽນ ລາງວັນຊີໄຣ, ຮອງປະທານສະມາຄົມນັກຂຽນ, ທ່ານ ໄມສິນ ຈັນບຸດດີ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ມີບັນດານັກແຕ້ມ, ນັກຂຽນ ຄູອາຈານ ຈາກສະຖາບັນ ທີ່ກ່ຽວຂ້ອງ ລວມທັງແຂກຖືກເຊີນ ແລະ ສື່ມວນຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ຕໍ່ກັບ ປື້ມໂຮມຜົນງານການແຕ້ມ ແລະ ການອອກແບບ ຂອງ ອາຈານ ອານູໂລມ ສຸວັນດວນ ສີລະປິນດິເດັ່ນ ສາຂາວິຈີດສິນ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງກະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ເຫັນໄດ້ເຖິງຄວາມຕັງໃຈ ແລະ ຄວາມອົດທົນພະຍາຍາມ ໃນການເຕົ້າໂຮມເອົາບັນດາຜົນງານ ທີ່ໄດ້ປະດິດແຕ່ງແລະ ໄດ້ສ້າງສັນຈາກອາລົມຈິດ ຂອງ ອາຈານ ອານູໂລມ ສຸວັນດວນ ເຊີ່ງທ່ານ ເປັນສິລະປິນ ຜູ້ຫນຶ່ງ ທີ່ມີນ້ຳໃຈ ຮັກຊາດ ແພງເຊື້ອ ຮັກດອກດວງລວດລາຍ ດ້ານວິຈິດສິນລາວ ໃນແຕ່ລະຍົກ, ແຕ່ລະສະໄຫມ ອອກມາເປັນຜົນງານ ເພື່ອຮັບໃຂ້ຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດ. ທ່ານ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວ ຕື່ມວ່າ: ສຳລັບປື້ມໂຮມຜົນງານ ການຂຽນ-ການແຕ້ມ ແລະ ການອອກແບບ ຂອງ ທ່ານ ອາຈານ ອານູໂລມ ສຸວັນດວນ ແມ່ນມີຄຸນຄ່າສູງທາງດ້ານຈິດໃຈ, ເນື້ອໃນ ແລະ ຮູບແບບສິລະປະສູງ, ພ້ອມກັນນີ້ ຍັງເປັນເອກກະສານຕູ່ມື ແລະ ເພື່ອນຮ່ວມທາງທີ່ສຳຄັນ ຂອງລູກຫລານລາວ ຫລາຍໆຄົນ ທີ່ມີຄວາມສົນໃຈໃນປະຫວັດສາດ ແລະ ບາດກ້າວເດີນຂອງປະເທດຊາດ ແລະ ການເປັນແມ່ບົດທີ່ດີໃຫ້ແກ່ ນັກຈິດຕະກອນລາວ ໂດຍທົ່ວຫນ້າ.
ຜົນງານການແຕ້ມ ແລະ ການອອກແບບ ຂອງ ທ່ານ ອາຈານ ອານຸໂລມ ສຸວັນດວນ ແມ່ນມີຢ່າງຫລວງຫລາຍ ແລະ ຫລາຍທ່ານ ກໍ່ອາດໄດ້ເຫັນຜົນງານຂອງເພີ່ນ ແຕ່ບໍ່ຮູ້ແມ່ນຜົນງານຂອງເພີ່ນ ທັງຮູບແຕ້ມ ທາງດ້ານວັດທະນະທຳ, ຮິດຄອງປະເພນີ., ອັນດີງາມຂອງຊາດ, ຜົນງານການອອກແບບໂລໂກ້ ເຄື່ອງຫມາຍຊາດ, ສະແຕມ ໄປສະນີ, ບັດອວຍພອນ, ໃບທັນນະບັດ ( ເງີນ ) ທີ່ເຮົາໃຊ້ໃນປະຈຸບັນ ນັບແຕ່ອາດິດ ຈົນເຖິງປະຈຸບັນ.
Editor: ກຳປານາດ ລັດຖະເຮົ້າ