ໃນວັນທີ 07 ສິງຫາ 2017 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຢາມ ບັນດາໂຄງການສື່ສານຂອງ 3 ກະຊວງ ທີ່ຢູ່ໃນໂຄງປະກອບຄະນະກຳມະການ ດັ່ງກ່າວ.
ໃນການໄປຢ້ຽມຢາມຄັ້ງນີ້, ປະກອບມີ ໂຄງການຕ້ານການໂຈລະກຳທາງອິນເຕີເນັດ ຂອງກະຊວງປ້ອງກັນຄວາມສະຫງົບ, ສູນອິນເຕີເນັດແຫ່ງຊາດ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ໂຄງການສື່ສານຮັບໃຊ້ການນຳ ກະຊວງປ້ອງກັນປະເທດ. ເຊິ່ງປະຈຸບັນ ບັນດາໂຄງການເຫຼົ່ານັ້ນ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ ແລະ ຕິດຕັ້ງເຄື່ອງມືອຸປະກອນເຕັກໂນໂລຊີ ທີ່ທັນສະໄໝ ຈຳນວນໜຶ່ງ. ພ້ອມທັງໄດ້ມີການທົດລອງນຳໃຊ້, ການຈັດວາງລະບົບ ແລະ ໂປຣແກມຕ່າງໆ ເພື່ອປະກອບສ່ວນຮັກສາຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການແກ້ໄຂຄະດີ-ຂໍ້ຂັດແຍ່ງຕ່າງໆ, ຮັບປະກັນໃຫ້ການຄຸ້ມຄອງ ແລະ ການບໍລິການດ້ານອິນເຕີເນັດ ມີຄວາມປອດໄພ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ໝາກຜົນທີ່ບັນດາໂຄງການສື່ສານ ແລະ ສູນອິນເຕີເນັດແຫ່ງຊາດ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ຈະເປັນພື້ນຖານອັນໜັກແໜ້ນ ສຳລັບການສະໜອງຂໍ້ມູນໃຫ້ແກ່ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ມັນກໍ່ຍັງມີສິ່ງທ້າທາຍຫຼາຍປະການ ບໍ່ວ່າຈະເປັນ ສະພາບການຜັນແປ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ໂດຍສະເພາະ ດ້ານເຕັກໂນໂລຊີຂໍ້ມູນ-ຂ່າວສານ ທີ່ມີຄວາມກ້າວໜ້າໄປຢ່າງໄວວາ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໃຫ້ບັນດາໂຄງການສື່ສານຕ່າງໆ ແລະ ສູນອິນເຕີເນັດແຫ່ງຊາດ ຕ້ອງໄດ້ມີການປະສານງານກັນຢ່າງສະໜິດແໜ້ນ, ພ້ອມກັນປັບປຸງຄືນໂຄງປະກອບການຈັດຕັ້ງ ເພື່ອໃຫ້ມີການຈັດແບ່ງໜ້າທີ່ຄວາມຮັບຜິດຊອບກັນ ຢ່າງຊັດເຈນ, ເອົາໃຈໃສ່ຖອດຖອນບົດຮຽນ ແລະ ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ທັງໃນຂົງເຂດອາຊຽນ, ພາກພື້ນ ແລະ ສາກົນ ໃນເງື່ອນໄຂການເຊື່ອມໂຍງຂອງ ສປປ ລາວ, ຮ່ວມກັນປຶກສາຫາລື ແລະ ເປັນເອກະພາບກັນ ໃນການປັບປຸງນຳໃຊ້ລະບົບ ແລະ ອຸປະກອນເຄື່ອງມືຕ່າງໆ ໃຫ້ເກີດປະໂຫຍດສູງສຸດ ແລະ ປະຫຍັດມັດທະຢັດ, ລວມເຖິງການສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ