ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ( 8 ສິງຫາ 1967 - 8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ( 23 ກໍລະກົດ 1997 - 23 ກໍລະກົດ 2017). ເພື່ອເປັນການສະເຫລີມສະຫລອງວັນສຳຄັນທາງປະຫວັດສາດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເຍືອງໄຟ ໃສ່ປະຕູໄຊ ຂື້ນ ໃນຕອນແລງວັນທີ 8 ສິງຫາ 2017 ໂດຍການເປັນປະທານ ຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ. ເຂົ້າຮ່ວມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ,
ໃນພິທີ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ກ່າວວ່າ: ຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ໄດ້ພັດທະນາຕົນເອງ ໃຫ້ສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ, ທີ່ມີການປ່ຽນແປງໃນແຕ່ລະໄລຍະ ຊຶ່ງໄດ້ເຮັດໃຫ້ອາຊຽນເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ. ອາຊຽນ ໄດ້ຂະຫຍາຍສະມາຊິກຂອງຕົນໃຫ້ກວມເອົາ 10 ປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີການຮ່ວມມືກັນ ທັງລວງເລິກ ແລະ ລວງກວ້າງ. ເທື່ອລະກ້າວ ຈົນກວມເອົາທຸກຂົງເຂດ ນັບແຕ່ດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ໄປເຖິງດ້ານການເມືອງ-ຄວາມໝັ້ນຄົງ.
ອາຊຽນ ໄດ້ຮັດແໜ້ນການພົວພັນກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ລິເລີ່ມຂຶ້ນ ຄື: ອາຊຽນ ບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດບວກ, ເວທີປຶກສາຫາລືພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ມີຮູບແບບການຮ່ວມມືກັບຄູ່ຮ່ວມມືພາຍນອກຕາມທ່າແຮງ ແລະ ຄວາມ ເໝາະສົມກັບສະພາບການຕົວຈິງຂອງແຕ່ລະປະເທດ. ສິ່ງສໍາຄັນທີ່ສຸດ, ຄວາມເປັນແກນກາງຂອງອາຊຽນ ເປັນທີ່ຮັບຮູ້ໃນໂຄງສ້າງພາກພື້ນທີ່ພວມຜັນແປ ຊຶ່ງໂຄງສ້າງດັ່ງກ່າວ ໄດ້ຮັບການເສີມຂະຫຍາຍຈາກບັນດາກົນໄກ ທີ່ອາຊຽນເປັນຜູ້ ລິເລີ່ມຂຶ້ນ. ຜົນສຳເລັດອັນພົ້ນເດັ່ນທີ່ສຸດ ຂອງ ອາຊຽນ ແມ່ນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ແລະ ສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງໃຕ້ ຊຶ່ງໄດ້ກາຍເປັນເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການເພີ່ມທະວີການຮ່ວມມືພາຍໃນ ອາຊຽນ ແລະ ລະຫວ່າງ ອາຊຽນກັບພາຍນອກ ອັນໄດ້ນໍາໄປສູ່ການສ້າງຕັ້ງເປັນປະຊາຄົມອາຊຽນໃນວັນທີ 31 ທັນວາ 2015 ຊຶ່ງເປັນປະຊາຄົມທີ່ມີຮາກຖານອັນແໜ້ນແກ່ນສູ່ອະນາຄົດ.
ສຳລັບ ສປປ ລາວ ເຮົາ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເປັນສ່ວນໜຶ່ງຂອງຄອບຄົວອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ອາຊຽນ ໄດ້ກາຍເປັນເສົາຄ້ຳໜຶ່ງທີ່ສໍາຄັນ ໃນນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ. ຕະຫຼອດໄລຍະ 20 ປີ ຜ່ານມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ.
Editor: ກຳປານາດ ລັດຖະເຮົ້າ