ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ( 8 ສິງຫາ 1967 - 8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ( 23 ກໍລະກົດ 1997 - 23 ກໍລະກົດ 2017).
ຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ໄດ້ພັດທະນາຕົນເອງ ໃຫ້ສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ, ທີ່ມີການປ່ຽນແປງໃນແຕ່ລະໄລຍະ ຊຶ່ງໄດ້ເຮັດໃຫ້ອາຊຽນເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ. ອາຊຽນ ໄດ້ຂະຫຍາຍສະມາຊິກຂອງຕົນໃຫ້ກວມເອົາ 10 ປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີການຮ່ວມມືກັນ ທັງລວງເລິກ ແລະ ລວງກວ້າງ ເທື່ອລະກ້າວ ຈົນກວມເອົາທຸກຂົງເຂດ ນັບແຕ່ດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ໄປເຖິງດ້ານການເມືອງ-ຄວາມໝັ້ນຄົງ.
ອາຊຽນ ໄດ້ຮັດແໜ້ນການພົວພັນກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ລິເລີ່ມຂຶ້ນ ຄື: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດບວກ, ເວທີປຶກສາຫາລືພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ມີຮູບແບບການຮ່ວມມືກັບຄູ່ຮ່ວມມືພາຍນອກຕາມທ່າແຮງ ແລະ ຄວາມ ເໝາະສົມກັບສະພາບການຕົວຈິງຂອງແຕ່ລະປະເທດ. ສິ່ງສໍາຄັນທີ່ສຸດ, ຄວາມເປັນແກນກາງຂອງອາຊຽນ ເປັນທີ່ຮັບຮູ້ໃນໂຄງສ້າງພາກພື້ນທີ່ພວມຜັນແປ ຊຶ່ງໂຄງສ້າງດັ່ງກ່າວໄດ້ຮັບການເສີມຂະຫຍາຍ ຈາກບັນດາກົນໄກທີ່ອາຊຽນເປັນຜູ້ ລິເລີ່ມຂຶ້ນ. ສປປ ລາວ ເຮົາ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເປັນສ່ວນໜຶ່ງຂອງຄອບຄົວອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ອາຊຽນ ໄດ້ກາຍເປັນເສົາຄ້ຳໜຶ່ງທີ່ສໍາຄັນ ໃນນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ. ຕະຫຼອດໄລຍະ 20 ປີ ຜ່ານມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ.
Editor: ກຳປານາດ ລັດຖະເຮົ້າ