ກອງປະຊຸມດຳເນີນຊີວິການເມືອງປັບປຸງປົວແປງພັກຄະນະຈັດຕັ້ງ ແຂວງວຽງຈັນ ປີ 2017 ໄດ້ສຳເລັດ ແລະ ປິດລົງ ໃນ ທ້າຍເດືອນ ກໍລະກົດ 2017 ຜ່ານມານີ້ ທີ່ຫ້ອງປະຊຸມຄະນະກວດກາພັກ-ລັດ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ເນແສງ ແກ້ວດາວັນ ຄະນະປະຈຳພັກແຂວງ, ຫົວຫນ້າຄະນະຈັດຕັ້ງ ແຂວງໆວຽງຈັນ ມີບັນດາທ່ານໃນຄະນະພັກ ເລຂາຫນ່ວຍພັກ ພ້ອມສະມາຊິກພັກໃນຄະນະຈັດຕັ້ງ ແຂວງວຽງຈັນ ເຂົ້າຮ່ວມ
ການດຳເນີນຊີວິດການເມືອງປັບປຸງປົວແປງພັກ ຄັ້ງນີ້, ມີຄວາມໝາຍຄວາມສຳຄັນທີ່ສຸດເພາະມັນ ແມ່ນມູນເຊື້ອ ແລະ ທັງແມ່ນຫຼັກການນຳພາຂອອງພັກ ທີ່ຖືແນວທາງມະຫາຊົນເປັກນກົກ ໂດຍມີການໝູນໃຊ້ລັດທິ ມາກ-ເລນິນ ເປັນທິດເຍືອງທາງ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພື່ອປັບປຸງ, ປົວແປງ ແລະ ເຊີດຊູຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ, ທັງແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາ ໃນພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການເປີດປະ ຕູເພື່ອເຊື່ອມໂຍງກັບສາກົນ. ເຮັດໃຫ້ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກຄັ້ງນີ້ເລິກເຊິ່ງເຖິງຖອງ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ສິ່ງທ້າທາຍພາຍໃນພັກ, ສ້າງພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຕາມທິດທີ່ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ໄດ້ກຳນົດໄວ້.
ກອງປະຊຸມດຳເນີນຊີວິການເມືອງ ປັບປຸງປົວແປງພັກຄະນະຈັດຕັ້ງ ແຂວງວຽງຈັນ ໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 04 ວັນ ແລະ ໄດ້ພ້ອມກັນເຊື່ອມຊຶມເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກນັ້ນຈະໄດ້ພ້ອມກັນສະຫຼຸບຕີລາຄາວຽກງານຮອບດ້ານຂອງຄະນະພັກຮາກຖານ ເພື່ອເປັນບ່ອນອີງໃຫ້ແກ່ການສຳຫຼວດບຸກຄົນ ໃນຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຈະໄດ້ພ້ອມກັນຂຽນໃບສໍາຫຼວດ, ແບ່ງໜ່ວຍ, ຜ່ານບົດສຳຫລວດ ແລະ ປະກອບຄໍາເຫັນໃສ່ບົດສໍາຫຼວດບຸກຄົນ, ຜ່ານການສະກລຸບຕີລາຄາການຈັດແບ່ງປະເພດສາມາດເຫັນໄດ້ວ່າ ປະເພດແຂງມີ 13 ສະຫາຍ,ຍິງ 06 ສະຫາຍ,ປະເພດກາງ 06 ສະຫາຍ, ຍິງ 03 ສະຫາຍ ສ່ວນປະເພດ ອ່ອນບໍ່ມີ. ທັງໝົດກໍເພື່ອເຮັດໃຫ້ ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ພ້ອມກັນຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງໃຫ້ສົມເປັນຄະນະນໍາ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນຳຂອງແຂວງ ກໍ່ຄືສູນກາງພັກ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ