ວັນທີ 28 ມິຖຸນາ ນີ້ ທ່ານ ສີດາ ສຸວັນນະສາຍ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ເຊກອງ ໄດ້ເນັ້ນຫຼາຍບັນຫາຕໍ່ການດໍາເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກເມືອງ ທ່າແຕງ ເຊິ່ງສະຫາຍໄດ້ສະແດງຍ້ອງຍໍຊົມເຊີຍ ແລະ ຕີລາຄາຢ່າງສູງຕໍ່ອົງຄະນະພັກເມືອງ ທ່າແຕງ ທີ່ໄດ້ຍາດເອົາຜົນງານມາໄດ້ຫຼາຍດ້ານ,ທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າໃຫ້ໄປຕາມລະບຽບການຕ່າງໆຂອງພັກ ແລະ ລັດ ຢ່າງຕັ້ງໜ້າກໍ່ຕາມ ມັນຈິ່ງຮຽກຮ້ອງມາຍັງອົງຄະນະພັກເມືອງ, ຫົວໜ້າ-ຮອງຫ້ອງການ, ຄະນະພັກຮາກຖານ,ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ຕ້ອງເຂົ້າໃຈການດຳເນີນຊີວິດການເມືອງປັບປຸງ,ປົວແປງພັກຄັ້ງນີ້ ເພາະມັນມີຄວາມຈຳເປັນພາວະວິໄສ ເຊິ່ງມີຄວາມຮຽກຮອ້ງຕອ້ງການອັນຮີບດວ່ນ ເພື່ອປັບປຸງ,ເຊີດຊູຄວາມຮັບຜິດຊອບຂອງຄະນະພັກ,ສະມາຊິກພັກ ໃນການເຄົາລົບ ແລະ ປະຕິບັດບັນດາຫຼັກການກໍ່ສ້າງພັກ ເຊິ່ງແມ່ນຫຼັກການລວມສູນປະຊາທິປະໄຕ,ຫຼັກການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເຊິ່ງກັນ ແລະ ກັນ ເພື່ອແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກເຊັ່ນ: ການຖືເບົາໃນການຝຶກຝົນຫຼ່ໍ່ຫຼອມຕົນເອງ,ປະກົດການເຊື່ອມຄຸນປ່ຽນທາດ,ພະຍາດອາດຍາສິດ,ແນວຄິດເອກະຊົນ,ການສໍ້ລາດບັງຫຼວງ,ກາຝ່າຝືນລວ່ງລະເມີດຕໍ່ລະບຽບກົດໝາຍ ທີ່ພວມປະກົດຂື້ນຢ່າງແຜ່ຫຼາຍຢູ່ໃນທົ່ວພັກ. ເພື່ອຍົກລະດັບຄວາມສາມາດການຊີ້ນໍາ-ນຳພາ, ຄວາມເປັນແບບຢ່າງນຳໜ້າ ຂອງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ, ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງຂອງທົ່ວພັກ ໃນການກຳນົດທິດທາງ ແລະ ມາດຕະການແກ້ໄຂຂໍ້ຂາດຕົກບົກຜອ່ງ, 6 ສິ່ງທ້າທາຍ ທົດສອບ ທີ່ກອງປະຊຸມໃຫ່ຍຄັ້ງທີ່ 10 ຂອງພັກ ໄດ້ກຳນົດໄວ້ ເພື່ອສ້າງໃຫ້ມີການຫັນປ່ຽນຕົວຈິງ ທາງດ້ານແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີການນຳພາ ແລະ ແບບແຜນວິທີເຮັດວຽກໃນແຕ່ລະຂັ້ນ ທີ່ຕິດພັນກັບການພັດທະນາ.
Editor: ກຳປານາດ ລັດຖະເຮົ້າ