ວັນທີ 27 ມີຖຸນາ 2017 ຜ່ານມາ ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງ ເຊໂປນ, ແຂວງສະຫວັນນະເຂດ ໄດ້ຕ້ອນຮັບ ທ່ານ ພົນຈັດຕະວາ ຄຳຜາງ ກອງຈັນແສງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ທັງເປັນສະມາຊິກສະພາຊຸດ ທີ 8 ພ້ອມຄະນະທີ່ໄດ້ລົງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານນຳຫ້ອງການສະຫະພັນນັກຮົບເກົ່າປະຈຳເມືອງເຊໂປນ, ພ້ອມນີ້ຍັງມີ ທ່ານ ບຸນນຳ ສາຍມັນຖື ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ, ທັງເປັນປະທານສະຫະພັນນັກຮົບເກົ່າເມືອງເຊໂປນ, ເຂົ້າຮ່ວມກຳມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານອ້ອມຂ້າງເມືອງຕະຫຼອດຮອດສະມາຊິກນັກຮົບເກົ່າ ຈຳນວນ 78 ສະຫາຍ,ຍິງ 11 ສະຫາຍເຂົ້າຮ່ວມຮັບຟັງ.
ໃນກອງປະຊຸມ ທ່ານ ບຸນນຳ ສາຍມັນຖື ປະທານສະຫະພັນນັກຮົບເກົ່າເມືອງເຊໂປນ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໂດຍຫຍໍ້ວຽກງານຂອງຫ້ອງການສະຫະພັນນັກຮົບເກົ່າ ຊື່ງເຫັນໄດ້ ຫ້ອງການສະຫະພັນນັກຮົບເກົ່າ ມີພະນັກງານທັງໝົດ 9 ທ່ານ, ຍິງ 3 ທ່ານ, ມີສະມະຊິກກອງທຶນທັງໝົດ 1.578 ຄົນ, ຍິງ 728 ຄົນ, ມີເງິນຝາກໃນທະນາຄານ ຈຳນວນ 559 ລ້ານກວ່າກີບ ແລະ ໄດ້ປັບປຸງສະຫະພັນນັກຮົບເກົ່າຂັ້ນຮາກຖານ ບ້ານ ສໍາເລັດ 100 ສ່ວນຮ້ອຍ.
ໃນທ້າຍກອງປະຊຸມ ທ່ານ ພົນຈັດຕະວາ ຄຳຜາງ ກອງຈັນແສງ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍືອງທາງ ຊື່ງທ່ານກໍ່ໄດ້ເນັ້ນໜັກເຖິງວຽກງານນັກຮົບເກົ່າ ໂດຍສະເພາະສະມາຊິກນັກຮົບເກົ່າ ພາຍໃນເມືອງເຊໂປນ ໃຫ້ມີຄວາມເຂັ້ມແຂງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ເຄື່ອນໄຫວໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງນັກຮົບເກົ່າ ໃຫ້ວຽກງານມີຜົນສຳເລັດລາຍງານທຸກໆສະພາບການ ຢູ່ຂັ້ນທ້ອງຖິ່ນຂອງຕົນ ປະຈໍາເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ, 9 ເດືອນ, ແລະ ປີ ເປັນປົກກະຕິ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງເຊໂປນ ຈົ່ງພ້ອມກັນເຊີດຊູບົດບາດ, ຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ໝູນໃຊ້ຫົວຄິດປະດິດສ້າງເຂົ້າໃນວຽກງານສະຫະພັນນັກຮົບເກົ່າ ເຮັດວຽກໃຫ້ມີຜົນສຳເລັດເພື່ອນຳພາວຽກງານຖັນແຖວນັກຮົບເກົ່າຢູ່ຂົງເຂດຮາກຖານ, ເທສະບານ, ສະຫະພັນນັກຮົບເກົ່າເມືອງໃຫ້ມີປະສິດທິພາບດີຂື້ນເປັນກ້າວໆ.
Editor: ກຳປານາດ ລັດຖະເຮົ້າ