ງານວາງສະແດງສິນຄ້າ ລາວ - ຫວຽດນາມ 2017 ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 29 ມີຖຸນາ 2017 ນີ້ ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ ເຊີ່ງງານວາງສະແດງສິນຄ້າ ລາວ-ຫວຽດນາມ ຄັ້ງນີ້ ແມ່ນເປັນຫນຶ່ງໃນກິດຈະກຳການສະເຫລີມສະຫລອງປີສາມັກຄີມິດຕະພາບ ລະຫວ່າງ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ (18 ກໍລະກົດ 1977 ຫາ 18 ກໍລະກົດ 2017 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ( 5 ກັນຍາ 1962 ຫາ 5 ກັນຍາ 2017 ) ເຊີ່ງເປັນມູນເຊື້ອສາມັກຄີພິເສດ ທີ່ປະທານໄກສອນ ພົມວິຫານ ແລະ ປະທານໂຮ່ຈິມິນ ເປັນຜູ້ລິ່ເລີ່ມ.
ພ້ອມດຽວກັນນັ້ນ ທັງສອງກະຊວງອຸດສາຫະກຳ ແລະ ການຄ້າ ສອງປະເທດ ລາວ-ຫວຽດນາມ ຍັງໄດ້ເປີດເວບໄຊສ໌ ການຄ້າລາວ-ຫວຽດນາມ ຮ່ວມກັນ ຄື: WWW. Viet Lao trade.com ຢ່າງເປັນທາງການ. ໂດຍໄດ້ຮັບກຽດເປັນປະທານເປີດ ຝ່າຍລາວ ມີ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ. ແລະ ທ່ານ ພົນຕີ ແອສະໄຫມ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສປປ ລາວ. ຝ່າຍຫວຽດນາມ ມີ ທ່ານ ພົນໂທ ເຈີ່ນ ເດີນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ເຈີ່ນ ກວກ ແຄງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ຫງ້ຽນ ແທ່ງ ຕຸ່ງ ທີ່ປືກສາເອກອັກຄະລັດຖະທູດ ແຫ່ງ ສສ ຫວຍດນາມ ປະຈຳ ສປປ ລາວ.
ງານວາງສະແດງສິນຄ້າລາວ-ຫວຽດນາມ 2017 ຄັ້ງນີ້ ຈັດຂື້ນໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ສສ ຫວຽດນາມ ແລະ ຮ່ວມຈັດງານ ຈາກ ສອງກະຊວງ, ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ. ງານວາງສະແດງຄັ້ງນີ້ ມີຫ້ອງວາງສະແດງທັງໝົດ 320 ຫ້ອງ, ຈຳນວນ 120 ແມ່ນຫົວຫນ່ວຍທຸລະກິດ ຈາກ ສສ ຫວຽດນາມ ແລະ ອີກ 200 ຫ້ອງ ແມ່ນຫົວຫນ່ວຍທຸລະກິດ ຈາກ ສປປ ລາວ, ປະເພດສິນຄ້າທີ່ນຳມາສະແດງສ່ວນໃຫຍ່ແມ່ນ ເຄື່ອງໃຊ້ໄຟຟ້າ, ວັດສະດຸກໍ່ສ້າງ, ກົນຈັກພິເສດ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າໂອດອບ ແລະ ອື່ນໆ. ງານດັ່ງກ່າວ ຈະດຳເນີນໄປຈົນເຖິງວັນທີ 3 ກໍລະກົດ 2017.
Editor: ກຳປານາດ ລັດຖະເຮົ້າ