ໂດຍປະຕິບັດຕາມຄຳສັ່ງຂອງກົມການເມືອງຂອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 01 ກຸມພາ2017 ວ່າດ້ວຍ: ການດຳເນີນຊີວິດການເມືອງ ປັບປຸງປົວແປງພັກປະຈຳປີ 2017. ໃນວັນທີ 29 ມິຖຸນາ - 10 ກໍລະກົດ 2017 ນີ້ ແຂວງວຽງຈັນ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງ ປັບປຸງປົວແປງທົ່ວອົງຄະນະພັກແຂວງວຽງຈັນ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ຈັນສີ ໂພສີຄຳ ກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທັງເປັນຄະນະຮັບຜິດຊອບບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຂັ້ນສູນກາງ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ວິດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆວຽງຈັນ ກ່າວວ່າ: ກອງປະຊຸມດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ໄດ້ຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວປວງຊົນພວມອອກແຮງແຂ່ງຂັ້ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກແຂວງວຽງຈັນ ຢ່າງເປັນຂະບວນຟົດຟື້ນ.
ການດຳເນີນຊີວິດການເມືອງ ປັບປຸງປົວແປງພັກຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ທີ່ສຸດ ເພາະມັນແມ່ນມູນເຊື້ອ ແລະ ທັງແມ່ນຫຼັກການນຳພາຂອງພັກ ທີ່ຖືແນວທາງມະຫາຊົນເປັນກົກ ໂດຍມີການໝູນໃຊ້ລັດທິມາກ-ເລນິນເປັນເຂັມຊີ້ທິດເຍືອງທາງ,ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພຶ່ອປັບປຸງ,ປົວແປງ ແລະ ເຊີດຊູຄວາມຮັບຜິບຊອບຂອງຄະນະພັກແຕ່ລະຂັ້ນ,ສະມາຊິກພັກແຕ່ລະສະຫາຍ,ທັງແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາ ໃນພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການເປີດປະຕູເພື່ອເຊື່ອມໂຍງກັບສາກົນ,ສະນັ້ນເພື່ອເຮັດໃຫ້ບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຄັ້ງນີ້ ເລິກເຊິ່ງເຖິງຖອງ, ແກ້ໄຂຈຸດອ່ອນ,ຂໍ້ບົກຜ່ອງ, ສິ່ງທ້າທາຍພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ,ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາແຂວງ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຕາມທິດທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໄດ້ກຳນົດໄວ້, ສູ້ຊົນພັດທະນາແຂວງວຽງຈັນ ໃຫ້ເປັນຫົວໜ່ວຍຍຸດທະສາດ ແລະ ພັດທະນາຮອບດ້ານ ແຕ່ນີ້ຮອດປີ 2020 ຕາມມະຕິ 5 ຂອງຄະນະພັກແຂວງ ວາງອອກ, ເຊິ່ງພວກເຮົາຈະໄດ້ພ້ອມກັນເຊື່ອມຊຶມເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈາກນັ້ນ ຈະໄດ້ພ້ອມກັນສະຫຼຸດຕີລາຄາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກແຂວງເຖິງປະຈຸບັນ ແລະ ທິດທາງວິທີການ,ມາດຕະການແກ້ໄຂໃນຕໍ່ໜ້າ,ຮັບຟັງການຊີ້ນຳ ຂອງຄະນຮັບຜິດຊອບບັ້ນດຳເນີນຊີວິດການເມືອງຂັ້ນສູນກາງ ເພຶ່ອເປັນບ່ອນອີງໃຫ້ແກ່ການສຳຫຼວດບຸກຄົນ ໃນຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ເລຂາພັກເມືອງ,ຄະນະພັກຂັ້ນຕ່າງໆ,ຈາກນັ້ນບັນດາສະຫາຍໃນຄະນະບໍລິຫານງານພັກແຂວງຈະໄດ້ຂຽນໃບສຳຫຼວດ,ແບ່ງໜ່ວຍ, ຜ່ານ ແລະ ປະກອບຄຳເຫັນໃສ່ບົດສຳຫຼວດບຸກຄົນ ທາບທາມຫາງສຽງຄວາມໄວ້ວາງໃຈ ຂອງຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານສູນກາງພັກ,ສະຫຼຸບຕີລາຄາຜົນສຳເລັດການດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນພັກ ສຳລັບຄະນະພັກຂັ້ນແຂວງ,ຈາກນັ້ນຈະໄດ້ຮັບຟັງການໂອ້ລົມຂອງຂັ້ນເທິງກ່ຽວກັນການຈັດຕັ້ງປະຕິບັດບັນດໜ້າວຽກ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ,ເພຶ່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ