ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຟີລິບ ສະຕີຢູ, ທູດທີ່ປຶກສາທາງດ້ານເສດຖະກິດ ຂອງສະຖານເອກອັກຄະລັດຖະທູດແຫ່ງປະເທດຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຕອນບ່າຍຂອງ ວັນທີ 27 ມິຖຸນາ ທີ່ຜ່ານມາ ທີ່ສຳນັກງານປົກຄອງ ນະຄອນຫຼງວຽງຈັນ ໂດຍມີຈຸດປະສົງ ເພື່ອຂໍເຂົ້າພົບປະສົນທະນາກ່ຽວກັັບໂອກາດທາງດ້ານການຮ່ວມມື ໃນຂະແໜງ ການພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ.
ໃນໂອກາດການເຂົ້າຢ້ຽມຂັບນັບຄັ້ງນີ້ ທ່ານ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ ກໍ່ໄດ້ໃຫ້ການຕອນຮັບຢ່າງອົບອຸ່ນ ໂດຍໄມຕີຈິດມິດຕະພາບ ພ້ອມທັງໄດ້ສົນທະນາກັນ ໃນ 4 ບັນຫາໃຫຍ່ ທີ່ຈະໄດ້ມີການຮ່ວມມືກັນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດເປັນຮູບປະທຳ ແລະ ໄດ້ຮັບປະສິດທິຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນການຈັດສັນສິ່ງເສດເຫຼືອ, ຂີ້ເຫຍື່ອ, ທາງດ້ານໄຟຟ້າ ກໍ່ຄືຄວາມສະຫວ່າງຕາມເສັ້ນທາງຕ່າງໆ ແລະ ໃນຕົວເມືອງທາງດ້ານການປັບປຸງ ຄຸ້ມຄອງ ແລະ ຂະຫຍາຍພາຫານະ, ສາທາລະນະໃນຕົວເມືອງ ພ້ອມນັ້ນ ກໍ່ໄດ້ສົນທະນາທາງດ້ານລະບົບນ້ຳໃນຕົວເມືອງ ແລະ ການບຳບັດນ້ຳເສຍ ທັງນີ້ກໍ່ເພື່ອຮັບປະກັນໄດ້ທັງຄວາມສະອາດຈົບງາມຄວາມເປັນລະບຽບຮ້ອຍຄວາມສະດວກສະບາຍ ແລະ ຄວາມສະຫງົບປອດໄພໃນທົ່ວນະຄອນຫຼວງວຽງຈັນ.
ຂອບໃຈຂໍ້ມູນຈາກ ລາຍການວຽງຈັນວັນນີ້້
Editor: ດາວໄຊ ສີວິໄລ