ບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ທົ່ວອົງຄະນະພັກ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ສາລະວັນ, ທ່ານ ແກ້ວຜາ ສີລາດວງໃຈ ຮອງເລຂາພັກເມືອງ ຜູ້ປະຈໍາການ, ມີບັນດາທ່ານຄະປະຈໍາພັກ-ກໍາມະການພັກເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລ ຂາໜ່ວຍພັກ, ຫົວໜ້າຫ້ອງການ, ຮອງຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ແລະ ນາຍທະຫານ-ນາຍຕໍາຫຼວດ ເຂົ້າຮ່ວມ 206 ທ່ານ, ຍິງ 19 ທ່ານ.
ໃນໂອກາດກ່າວໄຂ ບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ໃນຄັ້ງນີ້ ທ່ານ ແກ້ວຜາ ສີລາດວງໃຈ ຮອງເລຂາພັກເມືອງຜູ້ປະຈໍາການ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ແລະ ຄວາມຈຳເປັນອັນຮີບດ່ວນ ໃນການປັບປຸງປົວແປງພັກ ທົ່ວອົງ ຄະນະພັກເມືອງ ຕາມຄຳສັ່ງ ຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ. ໂດຍແນໃສ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນກັບສະພາບການ ເພື່ອສືບຕໍ່ນຳພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທີ່ໄດ້ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ, ຄັ້ງທີ VIII ຂອງອົງຄະນະພັກແຂວງ ສາລະວັນ ແລະ ຄັ້ງທີ VII ຂອງອົງຄະນະພັກເມືອງ ລະຄອນເພັງ; ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ບັນດາຜູ້ເຂົ້າຮ່ວມໃນບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ຈົ່ງພ້ອມກັນເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບ, ພ້ອມກັນດຳເນີນການສຳຫຼວດກວດກາດ້ວຍຄວາມກ້າຫານ, ເດັດດ່ຽວ, ຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຍົກສູງຄວາມຮັບຜິດຊອບໜ້າທີ່ການ ເມືອງ ກ້າວສູ່ຈຸດໝາຍ ທີ່ພັກປະຊາຊົນປະຕິ ວັດລາວວາງໄວ້.
ບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ທົ່ວອົງຄະນະພັກ ເມືອງລະຄອນເພັງ ປະຈໍາປີ 2017 ຜູ້ເຂົ້າຈະໄດ້ເຊື່ອມຊຶມເອກະສານເດັດດ່ຽວ ປັບປຸງປົວແປງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຮັບຟັງ ແລະ ຄົ້ນຄວ້າປະກອບຄໍາຄິດ, ຄໍາເຫັນໃສ່ບົດຕີລາຄາການນໍາພາລວມຂອງອົງ ຄະນະພັກເມືອງ ລະຄອນເພັງ; ພ້ອມທັງໄດ້ແບ່ງຈຸສໍາຫລວດ, ເປີດກວ້າງໃຫ້ປະກອບຄໍາຄິດ, ຄໍາເຫັນ, ຕໍານິສົ່ງຂ່າວ ຕໍ່ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າຫ້ອງການ, ອົງການທຽບເທົ່າ ແລະ ທາບທາມລົງຄະແນນສຽງ ຄວາມເຊື່ອໜັ້ນໄວ້ວາງໃຈ ຕໍ່ຄະນະບໍລິຫານງານພັກເມືອງ, ຕໍ່ຄະນະພັກຮາກຖານ, ຕໍ່ຄະນະໜ່ວຍພັກ ແລະ ຕໍ່ບຸກຄົນໃນຄະນະພັກແຕ່ລະຂັ້ນ. ເຊິ່ງບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ທົ່ວອົງຄະນະພັກ ເມືອງລະຄອນເພັງ ປະຈໍາປີ 2017 ຈະໄດ້ດໍາເນີນໄປຮອດ ວັນທີ 4 ກໍລະກົດຈິ່ງ ຈະໄດ້ອັດລົງ.
Editor: ດາວໄຊ ສີວິໄລ