ບັ້ນດໍາເນີນຊີວິດການ ເມືອງປັບປຸງປົວແປງພັກ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ໄດ້ໄຂຂຶ້ນເມື່ອວັນທີ 20-29 ມີຖຸນານີ້, ທີ່ສູນກາງສະຫະພັນແມ່ຍິງລາວ ພາຍໃຕ້ ການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກປະທານ ສູນກາງສະຫະພັນແມ່ຍິງລາວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີແຂກຖືກເຊີນ, ບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ ແລະ ສະມາຊິກພັກເຂົ້າຮ່ວມ.
ການດໍາເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ເພື່ອເຊື່ອມຊຶມ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດບັນດາ ຫຼັກການກໍ່ສ້າງພັກ, ສ້າງ ແລະ ຍົກລະດັບຄວາມສາມາດນຳພາ, ຄວາມເປັນແບບຢ່າງນຳພາຂອງຄະນະພັກ ແຕ່ລະຂັ້ນ ແລະ ສະມາຊິກພັກ ໂດຍຕິດພັນກັບການກວດກາຄືນຄວາມ ຮັບຮູ້ - ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກເປັນຕົ້ນແມ່ນ: ການຖືເບົາຝຶກຝົນຫຼໍ່ຫຼອມຕົນເອງ, ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ການຝ່າຝືນລະບຽບກົດໝາຍ, ທັງນີ້ ກໍເພື່ອເປັນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ພາຍໃນຊາດສືບຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍມີຫຼັກການຂອງພັກ, ເດັດດ່ຽວປົກປັກຮັກສາ, ພັດທະນາປະເທດຊາດໃຫ້ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ແນໃສ່ໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ຂອບໃຈຂໍ້ມູນຈາກ ລາຍການແມ່ຍິງລາວ
Editor: ດາວໄຊ ສີວິໄລ