ພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານກອງບັນຊາການ ປກສ ເມືອງລະມາມ ແຂວງເຊກອງ ແລະ ການບົ່ງຕົວຂອງຄະນະໜ່ວຍພັກຊຸດໃໝ່ ຄື: ໜ່ວຍພັກພະແນກສັນຕິບານ, ໜ່ວຍພັກພະແນກຕຳຫຼວດ ແລະ ໜ່ວຍພັກພະແນກຄຸ້ມຄອງສຳມະໂນຄົວ-ກໍ່ສ້າງຮາກຖານ, ໄດ້ມີຂຶ້ນໃນຕອນເຊົ້າຂອງ ວັນທີ 16 ມິຖຸນາ 2017 ນີ້, ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງ ໂດຍມີ ທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ, ກໍາມະການປະຈຳພັກເມືອງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ, ທ່ານ ພັນຕີ ຮຽມ ໄຊຍະລາດ, ກໍາມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ທ່ານ ພັນໂທ ທະວີສັກ ເພັດພູຫຼວງ, ຄະນະພັກຮາກຖານ ຮອງກອງບັນຊາການ ປກສ ແຂວງ, ພ້ອມດ້ວຍແນກຖືກເຊີນ ຕາງໜ້າຄະນະໜ່ວຍພັກອອ້ມຂ້າງເມືອງເຂົ້າຮ່ວມ. ທ່ານ ໄຂຄໍາ ດອຍສີທົນ, ຄະນະຈັດຕັ້ງເມືອງລະມາມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານກອງບັນຊາການປ້ອງກັນຄວາມສະຫງົບ ເມືອງລະມາມ ເຊິ່ງມີຈຳນວນ 5 ທ່ານຄື: ສະຫາຍ ພັນຕີ ຮຽມ ໄຊຍະລາດ, ເປັນເລຂາຄະນະພັກຮາກຖານ, ທ່ານ ພັນຕີ ແກ້ວປະເສີດ ເປັນຮອງເລຂາ, ທ່ານພັນໂທ ກິສີນວນ ແສນແກຍະວົງ, ເປັນກຳມະການປະທານກວດກາ, ທ່ານ ພັນຕີ ສັນມະລາ ຂຸນພິຊິດ, ທ່ານ ພັນຕີ ແພງຮັກ ຮຸນປະຢັດ, ເປັນກຳມະການຄະນະພັກຮາກຖານ.ຂະນະດຽວກັນນັ້ນ ກໍ່ໄດ້ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານດັ່ງກ່າວ ຄື: ໜ່ວຍພັກພະແນກສັນຕິບານ ໄດ້ແຕ່ງຕັ້ງ ທ່ານ ພັນຕີ ທອນຈັນ ທາທອງສະຫວັດ, ເປັນເລຂາໜ່ວຍພັກ, ທ່ານ ຮອງສາດສະດາຈານປະລິນຍາເອກ ຄຳຫວັນ ຖິ່ນມວນແທ້, ເປັນຮອງເລຂາ, ທ່ານຮອງສາດສະດາຈານປະລິນຍາໂທ ລຳຄອນ ພູມລະທິດາ, ເປັນກຳມະການປະທານກວດກາ; ໜ່ວຍພັກພະແນກຕຳຫຼວດ ໄດ້ແຕ່ງຕັ້ງ ທ່ານ ພັນຕີ ສັນມະລາ ຂຸນພິຊິດ ເປັນເລຂາໜ່ວຍພັກ, ທ່ານ ພັນຕີ ແກ້ວໂພໄຊ ຈັນທະເຮືອງສີ, ເປັນຮອງເລຂາ, ທ່ານ ຮອງສາດສະດາຈານປະລິຍາໂທ ຄໍາແດງ ເປັນກໍາມະການປະທານກວດກາ, ສ່ວນໜ່ວຍພັກພະແນກຄຸ້ມຄອງສຳມະໂນຄົວ-ກໍ່ສ້າງຮາກຖານແຕ່ງຕັ້ງ ທ່ານ ພັນໂທ ກິສີນວນ ແສນແກຍະວົງ, ເປັນເຂາໜ່ວຍພັກ, ທ່ານ ພັນຕີ ຄຳເວີນ ສຸນິອິງ, ເປັນຮອງເລຂາ ແລະ ທ່ານ ພັນຕີ ກິແກ້ວ ເພັດດວງຕາ ເປັນກຳມະການປະທານກວດກາ.ໂອກາດດັ່ງກ່າວ ທ່ານ ໄຊຍະຫວັດ ກ້ອນຄໍາໝັ້ນ, ກໍາມະການປະຈໍາພັກເມືອງ ຮອງເລຂາພັກເມືອງລະມາມ ກໍ່ໄດ້ໂອ້ລົມ ແລະ ໄດ້ເນັ້ນໃຫ້ບັນດາທ່ານ ຄະນະພັກ, ສະມາຊິກພັກ-ພະນັກງານນັກຮົບ ຈົ່ງເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນ, ຖືເອົາການສຶກສາອົບຮົມດ້ານການເມືອງ-ແນວຄິດ, ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ວຽກງານນະໂຍບາຍຂອງພັກ-ລັດວາງອອກ, ໄດ້ເອົາໃຈໃສ່ ກໍ່ສ້າງຮາກຖານພັກ, ໜ່ວຍພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ.
Editor: ຕະວັນ ແສງສະຫວັນ