ຄະນະພັກ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດພິທີ ມອບໃບຢັ້ງຢືນ ໜ່ວຍພັກ ເຂັ້ມແຂງ - ຮູ້ນຳພາຮອບດ້ານ ໃຫ້ 23 ໜ່ວຍພັກ ແລະ ມອບບັດໃຫ້ສະມາຊິກພັກສົມບູນ ຄັ້ງທີ 5 ໃຫ້ສະມາຊິກພັກ ຈໍານວນ 59 ສະຫາຍ ຍິງ 28 ສະຫາຍ. ໃນຕອນເຊົ້າວັນທີ 13 ມິຖຸນາ 2017 ທີ່ຫໍວັດທະນະທໍາແຫ່ງຊາດ, ຊຶ່ງມອບໂດຍ ທ່ານ ບໍ່ແສງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະປະຈໍາພັກ, ຄະນະພັກ ແລະ ບັນດາສະມາຊິກພັກ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ຂັນແກ້ວ ພົມມະໄກສອນ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສະຫລຸບ ຕີລາຄາໂດຍຫຍໍ້ ກ່ຽວກັບການສ້າງ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃນປີ 2016 ຜ່ານມາ. ໂດຍຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນໍາໆພາ ຕໍ່ການເຄື່ອນໄຫວສ້າງຂະບວນການ ເພື່ອຈັດຕັ້ງປະຕິບັດ ຕາມແຜນການກໍ່ສ້າງໜ່ວຍພັກ, ສະມາຊິກພັກຢ່າງຕໍ່ເນື່ອງ. ໂດຍສະເພາະ ການກໍ່ສ້າງ ໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ກໍຄື ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ແລະ ດໍາເນີນການກວດກາ ຕີລາຄາແບ່ງປະເພດຄຸນນະພາບ ການຈັດຕັ້ງຮາກຖານພັກ ສະມາຊິກພັກ ຕາມພາລະບົດບາດໜ້າທີ່ ໃຫ້ຖືກຕ້ອງ ແລະ ບັນລຸໄດ້ຕາມຈຸດປະສົງ ຄາດໝາຍທີ່ກໍານົດໄວ້, ຊຶ່ງໃນປີຜ່ານມາການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດ ການກໍ່ສ້າງໜ່ວຍພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃນແຕ່ລະດ້ານ ເປັນຕົ້ນ ດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ແມ່ນໄດ້ຈັດເປັນ ປະເພດເຂັ້ມແຂງ.
ໃນພິທີ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກ ເຂັ້ມແຂງ - ຮູ້ນຳພາຮອບດ້ານ ໃຫ້ແກ່ໜ່ວຍພັກ ແລະ ຜູ້ທີ່ມີຜົນງານດີເດັ່ນ.
Editor: ສິງຫາ ເລືອງວັນ