ໃນອາທິດຜ່ານມາ ອົງຄະນະພັກແຂວງໄຊສົມບູນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ປັບປຸງປົ່ວແປງພັກຂື້ນເຊິງໄດ້ດໍາເນີນເປັນເວລາ 5 ວັນ, ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ໃນພິທີ ທ່ານ ພົນຕີ ທອງລອຍ ສີລິວົງ ກໍາມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ແຂວງໄຊສົມບູນ ໄດ້ຂື້ນກ່າວບັນດໍາເນີນຊີວິດການເມືອງ ພ້ອມທັງໄດ້ເຜີຍແຜ່ເນື້ອໃນເອກກະສານ ຈຸດປະສົງ ການເປີດບັນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ວ່າດ້ວຍ ການປັບປຸງປົວແປງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ມີຄວາມໜັກແໜ້ນ ທາງດ້ານການເມືອງແນວຄິດ, ມີຄຸນສົມບັດສີນທໍາປະຕິຫວັດ ແລະ ຖືເອົາການຕໍານິກໍ່ສ້າງຊ່ວຍເຫຼືອ ເຊິງກັນ ແລະ ກັນ ເປັນບັນຫາສໍາຄັນ ເພື່ອພ້ອມກັນສົ່ງເສີມຈຸດດີ ແກ້ໄຂຈຸດອ່ອນ ທີ່ຄົງຄ້າງ, ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ ແລະ ເປັນການຕີລາຄາຄືນ ຜົນຂອງການນໍາພາວຽກງານດ້ານຕ່າງໆ ຂອງຄະນະພັກທຸກຂັ້ນ ຖືເອົາການສໍາຫຼວດກວດກາ ແກ້ໄຂປະກົດການຫຍໍ້ທໍ້ ໃຫ້ຫຼຸດໜ້ອຍຖອຍລົງ.
ໃນໂອກາດເຂົ້າຮ່ວມ ບັ້ນດໍາເນີນຊີວິດການເມືອງ ປັບປຸງປົ່ວແປງພັກ ທົ່ວອົງຄະນະພັກ ແຂວງ ໄຊສົມບູນຄັ້ງນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມ ເຊິງທ່ານໄດ້ເນັ້ນໜັກ ໃຫ້ບັນດາຜູ້ເຂົ້າຮ່ວມ ບັ້ນດໍາເນີນຊີວິດການເມືອງ ປັບປຸງປົ່ວແປງພັກຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການສໍາຫຼວດກວດການຕົນເອງ ຈິງໃຈ ຕໍານິກໍ່ສ້າງ ຊ່ວຍເຫຼືອເຊິງກັນ ແລະ ກັນ ເປັນບັນຫາສໍາຄັນ ຕັ້ງຫນ້າຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ເຂົ້າໃນວຽກງານຕົວຈິງ, ການປັບປຸງປົວແປງພັກ ແມ່ນວຽກງານທີ່ຈໍາເປັນພາວະວິໃສ ແລະ ເປັນບັນຫາສໍາຄັນຂອງການຊີ້ນໍາ - ນໍາພາ ໃນທຸກຂົງເຂດວຽກງານ ຖືເອົາການສໍາຫຼວດກວດກາເປັນບັນຫາສໍາຄັນ ຍົກສູງບົດບາດ ການນໍາພາຂອງພັກ ໃຫ້ໜັກແໜ້ນ ເຂັ້ມແຂງ ໃຫ້ສົມກັບວ່າ ພັກນໍາພາ ເດັດຂາດ ໂດຍກົງ ຮອບດ້ານ.
Editor: ສິງຫາ ເລືອງວັນ