ກອງປະຊຸມຄັ້ງນີ້, ໄດ້ຈັດຂື້ນທີ່ໂຮງແຮມລາວພຣາຊາ, ນະຄອນຫລວງວຽງຈັນ ໃນວັນທີ 7 ມີຖຸນາ 2017 ທີ່ຜ່ານມານີ້, ໂດນການເປັນປະທານ ຂອງທ່ານ ດຣ. ບຸນຫລາຍ ພົມມະສັກ ຫົວຫນ້າກົມຄວບຄຸມພະຍາດຕີດຕໍ່ ກະຊວງສາທາລະນະສຸກ, ມີ ທ່ານນາງ ເຈນີ ມາສໂຕ ຮັກສາການຫົວຫນ້າຫນ່ວຍງານ ເຝົ້າລະວັງ ແລະ ຕອບໂຕ້ ການລະບາດ ອົງການອະນາໄມໂລກ ປະຈຳ ສປປ ລາວ. ມີພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງ, ກົມ, ຫນ່ວຍງານ ເຂົ້າຮ່ວມ. ທ່ານ ດຣ. ບຸນຫລາຍ ພົມມະສັກ ຫົວຫນ້າກົມຄວບຄຸມພະຍາດຕີດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ວຽກງານຕີດຕາມ ແລະ ປະເມີນການຈັດຕັ້ງປະຕີບັດ ລະບຽບສາກົນດ້ານສາທາລະນະສຸກ ແລະ ທົບທວນແຜນງານກ່ຽວກັບພະຍາດຊືມເຊື້ອ ທີ່ເກີດໃຫມ່ ແລະ ເຫດການສຸກເສີນ ດ້ານສາທາລະນະສຸກ ແມ່ນວຽກຫນື່ງທີ່ສຳຄັນ ແລະ ເປັນໃຈກາງຂອງແຜນງານ ກຽມພ້ອມແຫ້ໄຂທຸກເຫດການສຸກເສີນດ້ານສາທາລະນະສຸກ. ການຈັດຕັ້ງປະຕີບັດ ກົດລະບຽບສາກົນດ້ານສາທາລະນະສຸກ ເປັນຫນ້າທີ່ຂອງທຸກໆປະເທດ ທີ່ເປັນສະມາຊີກຂອງອົງການອະນາໄມໂລກ ລວມທັງ ສປປ ລາວເຮົາ. ແລະ ເພື່ອເປັນການວັດເແທກຄວາມຄືບຫນ້າຂອງການຈັດຕັ້ງປະຕີບັດ ລະບຽບສາກົນດ້ານສາທາລະນະສຸກ ແຕ່ລະປີ ກົມຄວບຄູມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນນາມຈຸດປະສານງານ ກົດລະບຽບສາກົນດ້ານສາາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ແມ່ນໄດ້ຈັດກອງປະຊຸມຕີດຕາມ ແລະ ປະເມີນການຈັດຕັ້ງປະຕີບັດ ກົດລະບຽບສາກົນດ້ານສາທາລະນະສຸກ, ຜົນຂອງວຽກງານຕິດຕາມ ແລະ ປະເມີນຜົນ ແມ່ນໄດ້ນຳໄປສູ່ການທົບທວນ ແລະ ປັບປຸງແຜນກ່ຽວກັບພະຍາດຊືມເຊື້ອ ທີ່ເກີດຂື້ນໃຫມ່ ໃຫ້ທັນສະໃຫມ, ສາມາດແກ້ໄຂໄດ້ທູກເຫດການສຸກເສີນ ດ້ານສາທາລະນະສຸກ. ກອງປະຊຸມ ຄັ້ງນີ້ ຈະສ້າງໂອກາດໃຫ້ 19 ຫົວຂໍ້ ວິຊາການ, ພາຍໄຕ້ກົດລະບຽບສາກົນດ້ານສາທາລະນະສຸກ ໄດ້ມີການທົບທວນຄຶນຜົນສຳເລັດ ແລະ ຂໍ້ຄົງຄ້າງ, ສິ່ ງທ້ານທາຍທີ່ຈຳເປັນຕ້ອງໄດ້ແກ້ໄຂໃນຕໍ່ຫນ້າ ເພຶ່ອເຮັດໃຫ້ການຈັດຕັ້ງປະຕີບັດກົດລະບຽບດ້ານສາທາລະນະສຸກ ໃນ ສປປ ລາວ ໄດ້ຮັບຄວາມຄຶບຫນ້າ. ກອງປະຊຸມດັ່ງກ່າວ ແມ່ນໄດ້ດຳເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 7-9 ມີຖຸນາ 2017 ຈີ່ງຈະໄດ້ປິດລົງ.
Editor: ກຳປານາດ ລັດຖະເຮົ້າ