ໃນວັນທີ 02 ມິຖຸນາ 2017, ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ພາກສວ່ນທີ່ກຽ່ວຂ້ອງ ເປັນຕົ້ນແມ່ນ ພະແນກ ໂຍທາທິການ ແລະ ຂົນສົ່ງ, ພະແນກ ພາຍໃນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ໄດ້ລົງສຳຫຼວດ, ກວດກາຜົນກະທົບຂອງ ຕະຝັ່ງເຈື່ອນ ແຄມແມ່ນໍ້າຂອງ ຂອບເຂດແຂວງ ບໍລິຄຳໄຊ, ສຳລັບການລົງສຳຫຼວດໃນຄັ້ງນີ້ ໄດ້ເດີນທາງຈາກທາງນໍ້າໂດຍໃຊ້ເຮືອເປັນພາຫະນະເລີ່ມຕົ້ນ ຈາກ ດ່ານພາສີສາກົນ ປາກຊັນ- ບຶງການ ຂື້ນໄປຈົນໄປສຸດເຂດຊາຍແດນ ບໍລິຄຳໄຊ, ບ້ານທວຍ, ເມືອງທ່າພະບາດ ຈຸດເຊື່ອມຕໍ່ກັບເຂດແດນນະຄອນຫຼວງວຽງຈັນ, ຈຸດປະສົງ ກໍ່ເພື່ອສຳຫຼວດ,ກວດກາ ຜົນເສຍຫາຍເຂດແດນ, ສາຍເຫດທີ່ພາໃຫ້ເກີດຄວາມເສຍຫາຍ, ຕໍ່ພາກລັດ ກໍ່ຄືເຂດການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນທີ່ ທຳມາຫາຫາກິນເລາະລຽບຕາມແຄມແມ່ຂອງ, ຕະຫຼອດຮອດພື້ນຖານໂຄງລ່າງຂອງແຂວງ, ຂອງປະຊາຊົນ ເພື່ອເກັບກຳເອົາຂໍ້ມູນລາຍລະອຽດ ຕໍ່ຜົນກະທົບທີ່ພາໃຫ້ເກີດຄວາມເສຍຫາຍ ດັ່ງກ່າວນັ້ນ ມາປຶກສາຫາລື ກັບພາກສ່ວນທີ່ກຽ່ວຂ້ອງ ຫັນເປັນແຜນການ, ແຜນງານ, ໂຄງການ ເພື່ອຈະໄດ້ດຳເນີນຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.ໂອກາດທີ່ທ່ານເຈົ້າແຂວງ ໄດ້ລົງສຳຫຼວດ, ກວດກາແຄມຝັ່ງແມ່ນໍ້າຂອງໃນຄັ້ງນີ້ ຍັງໄດ້ພົບປະ, ຢ້ຽມຢາມໃຫ້ກຳລັງໃຈ ອ້າຍນ້ອງ ທະຫານຊາຍແດນກອງຮ້ອຍ (254) ດອນຄອນລາດ, ເມືອງທ່າພະບາດ, ຖາມເຖິງຂໍ້ສະດວກ, ຂໍ້ຫຍູ້ງຍາກໃນການປະຕິບັດໜ້າທີ່ວຽກງານ, ພ້ອມຮັບເອົາຄຳສະເໜີ ເປັນຕົ້ນແມ່ນອຸປະກອນເຄື່ອງໃຊ້ທີ່ຈຳເປັນຊີວິດປະຈຳວັນຈຳນວນໜຶ່ງ ແລະ ຍັງໄດ້ນຳເອົາເຄື່ອງ,ອຸປະໂພກ-ບໍລິໂພກ ຈຳນວນໜື່ງມາມອບໃຫ້ ເຊີ່ງກ່າວຮັບໂດຍ ທ່ານ ຮ້ອຍຕີ ບຸນທັນ ລາບັງ ຮອງຫົວໜ້າກອງຮ້ອຍ ສອງຫ້າສີ່ ທະຫານຊາຍແດນ ເມືອງທ່າພະບາດ.
Editor: ກຳປານາດ ລັດຖະເຮົ້າ