ເພື່ອເປັນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ ເລກທີ 096/ລຂ ລົງວັນທີ 22 ກຸມພາ 2012 ໃຫ້ປະກົດຜົນເປັນຈິງ ວັນທີ 9 ເດືອນ ມິຖຸນາ 2017 ຜ່ານມານີ້ ຄະນະບໍລິຫານງານຊາວໜຸ່ມ ແຂວງ ສາລະວັນ ພ້ອມດ້ວຍຄະນະກວດກາ-ປະເມີນຜົນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມເມືອງວາປີ ແຂວງສາລະວັນ, ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານຂອງທ່ານ ນາງ ຕຽງຄຳ ສິດທິຈັກ ຄະນະປະຈໍາພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸວຽງທອງ ສຸຂະວົງ ຮອງເລຂາຄະນະບໍລິຫານງານຊາວນຸ່ມແຂວງ, ມີທ່ານ ວົງໄຊ ວົງສາລາດ ກໍາມະການພັກເມືອງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ພ້ອມດ້ວຍຄະນະກໍາ ມະການກວດກາ ແລະ ປະເມີນຜົນຂໍ້ແຂ່ງຂັນ 4 ບຸກຂັ້ນເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງກ່ຽວກັບ ການແຕ່ງຕັ້ງຄະນະຮັບຜິດຊອບດ້ານຕ່າງໆ ຮັບຟັງບົດສະຫຼຸບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2016 ໂດຍທ່ານ ວົງໄຊ ວົງສາລາດ ແລະ ທິດທາງແຜນການຂອງການສູ້ຊົນປີ 2017 ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຜ່ານການກວດກາປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ໃນໄລຍະຜ່ານມາສາມາດປະຕິບັດໄດ້ຄື: ບຸກດ້ານການເມືອງ-ແນວຄິດ ບັນລຸໄດ້ 93,24 ສ່ວນຮ້ອຍ, ບຸກດ້ານຝຶກຝົນຫຼໍ່ຫຼອມຮ່ຳຮຽນ ບັນລຸໄດ້ 90 ,12 ສ່ວນຮ້ອຍ ບຸກດ້ານວຽກງານການຈັດຕັ້ງ ບັນລຸໄດ້ 87,44 ສ່ວນຮ້ອຍ ບຸກດ້ານວິຊາຊີບສ້າງວຽກເຮັດງານທໍາ ບັນລຸໄດ້ 84,07 ສ່ວນຮ້ອຍ ຫຼັງຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ບັນຫາເນື້ອໃນເອກະສານຕ່າງໆທີ່ນຳສະເໜີເຂົ້າໃນກອງປະຊຸມຄັ້ງນີ້. ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານ ນາງ ຕຽງຄໍາ ສິດທິຈັກ ປະທານກອງປະຊຸມ ເຊິ່ງເພິ່ນໄດ້ເນັ້ນໜັກຄື: ກວດກາ ແລະ ປັບປຸງຄືນໃໝ່ເນື້ອໃນບົດສະຫຼຸບ ເພື່ອຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ.
Editor: ດາວໄຊ ສີວິໄລ