ໃນວັນທີ 30 ພຶດສະພາ 2017 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີສະຫຼຸົບ ແລະ ຍ້ອງຍໍຊົມເຊີຍ ຜົນສໍາເລັດຂອງກອງປະຊຸມປິ່ນອ້ອມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານໃນປີ 2016. ໂດຍການໃຫ້ກຽດເປັນປະທານໂດຍທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນກະຊວງອຸດສາຫະກໍາ ແລະ ການຄ້າ. ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ປະທານ, ຮອງປະທານ ແລະ ບັນດາແຂກ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ໂດຍເປັນການສືບຕໍ່ພິທີທີ່ເປັນອັນລວມຂອງລັດຖະບານ ຊຶ່ງຈັດຂຶ້ນຢູ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ ເມື່ອວັນທີ 5 ເມສາ 2017 ທີ່ຜ່ານມາ ເພື່ອສະຫຼຸບ ແລະ ຍ້ອງຍໍຊົມເຊີຍຜົນງານດັ່ງກ່າວ.ໂດຍຈຸດປະສົງໃນພິທີ ເພື່ອດໍາເນີນການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເປັນເຈົ້າພາບ ແລະ ເປັນປະທານບັນດາກອງປະຊຸມເສົາຄໍ້າເສດຖະກິດອາຊຽນ ເປັນຕົ້ນແມ່ນ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48, ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນອາຊຽນ, ເວທີປຶກສາຫາລືການເປັນຜູ້ນໍາອາຊຽນ ແລະ ກອງປະຊຸມອື່ນໆ.ຈາກຜົນງານທີ່ພົ້ນເດັ່ນດັ່ງກ່າວ: ມີບຸກຄົນ ແລະ ກົມກອງລວມໝູ່ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ຮັບການຍ້ອງຍໍຂັ້ນຕ່າງໆດັ່ງລຸ່ມນີ້: 1 ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 17 ທ່ານ ແລະ 01 ກົມກອງ.2 ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 24 ທ່ານ.3 ຫຼຽນກາແຮງງານ ຈໍານວນ 20 ທ່ານ.4 ໃບຍ້ອງຍໍລັດຖະບານຈໍານວນ 08 ທ່ານ.5 ໃບຍ້ອງຍໍ ກະຊວງອຸດສາຫະກໍາ ແລະ ການຄ້າ ຈໍານວນ 65 ທ່ານ ເຊິ່ງທັງໝົດໃນການມອບ-ຮັບການຍ້ອງຍໍຊົມເຊີຍຄັ້ງນີ້ ມີ 134 ທ່ານ ແລະ 1 ກົມກອງ.
Editor: ຕະວັນ ແສງສະຫວັນ