ເພື່ອແມ່ ແລະ ເດັກຂັ້ນເມືອງ, ທ່ານ ດຣ ອາຄົມ ລໍ່າວິຈິດ, ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ແລະ ທ່ານ ພູວຽງ ຜິ່ນຄໍາຜິວ, ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງລະຄອນເພັງ ມີຫົວໜ້າຫ້ອງການ, ຮອງຫ້ອງການກ່ຽວຂ້ອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ອໍານວຍການໂຮງໝໍເມືອງ, ຫົວໜ້າສຸກ ສາລາ ແລະ ວິຊາການກ່ຽວຂ້ອງຂັ້ນແຂວງ-ເມືອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຄໍາສັ່ງເລກທີ 08/ນຍ ແລະ ຄໍາສັ່ງແນະນໍາຂອງທ່ານເຈົ້າແຂວງ ວ່າດ້ວຍ: ການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍູງລາຍໃນປີ 2017, ຮັບຟັງການລາຍງານສະພາບການລະບາດຂອງພະຍາດໄຂ້ຍູງລາຍ ແລະ ວິທີການຕອບໂຕ້ແກ້ໄຂໃນໄລຍະ 5 ເດືອນຕົ້ນປີ 2017. ຊຶ່ງທົ່ວແຂວງສາລະວັນ ມີຜູ້ເປັນໄຂ້ຍູງລາຍ 277 ກໍລະນີ, ອັນດັບທີ 1 ແມ່ນເມືອງຕະໂອ້ຍ 116 ກໍລະນີ ແລະ ສະເພາະຢູ່ເມືອງລະຄອນເພັງ ໄລຍະ 5 ເດືອນຜ່ານມາ ມີຜູ້ເປັນໄຂ້ຍູງລາຍ 43 ກໍລະນີ ແລະ ມີທ່າອ່ຽງເພີ່ມຂຶ້ນ ສະເພາະເດືອນພຶດສະພາ ມີຜູ້ເປັນໄຂ້ຍູງລາຍ 39 ກໍລະນີ. ໃນນີ້ ບ້ານທີ່ມີການລະບາດຫຼາຍກວ່າໝູ່ແມ່ນບ້ານນາດູ່ໃໝ່ ມີ 17 ກໍ່ລະນີ, ບ້ານໂນນດິນຊາຍ ແລະ ບ້ານທ່າຄັນຊົວ ບ້ານລະ 7 ກໍລະນີ ສ່ວນທີ່ເຫຼືອແມ່ນບ້ານ 1-2 ກໍລະນີ ລວມ 12 ບ້ານ. ຈາກນັ້ນ, ກອງປະຊຸມກໍ່ໄດ້ມີການແລກປ່ຽນ ແລະ ລະດົມຄວາມຄິດເຫັນ ເພື່ອເປັນແນວທາງຈັດຕັ້ງປະຕິບັດ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍູງລາຍ ໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນໂອກາດນີ້, ທ່ານ ດຣ ອາຄົມ ລໍ່າວິຈິດ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ມີຄໍາເຫັນ ເນັ້ນໜັກໃຫ້ອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາ ເປັນວຽກງານປາຍແຫຼມ ເພືອໃຫ້ພໍ່ແມ່ປະຊາຊົນທຸກຊັ້ນຄົນ ຮັບຮູ້ເຂົ້າໃຈ, ເຫັນໄດ້ໄພອັນຕະລາຍ ແລະ ມີສ່ວນຮ່ວມປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍູງລາຍ, ຖືເອົາການສ້າງຂະບວນການເປັນການຕອບໂຕ້ແກ້ໄຂ, ເອົາໃຈໃສ່ລະບອບສ່ອງແສງລາຍງານໃຫ້ວ່ອງໄວ, ຊັດເຈນ ແລະ ເປັນປົກກະຕິ, ກະກຽມດ້ານງົບປະມານ, ບຸກຄະລາກອນ, ພາຫະນາ ແລະ ອຸປະກອນຮັບໃຊ້ໃຫ້ມີຄວາມພ້ອມຢູ່ສະເໝີ.
Editor: ດາວໄຊ ສີວິໄລ