ກະຊວງປ້ອງກັນປະເທດ ຈັດພິທີປະກາດເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ຜູ້ທີ່ມີຜົນງານດີເດັ່ນ, ມີເງື່ອນໄຂຄົບຖ້ວນຕາມມາດຖານ ຈໍານວນ 13 ທ່ານ, ໃນວັນທີ 8 ມິຖຸນາ 2017 ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງຫົວໜ້າກົມໃຫຍ່ ແລະ ບັນດາຄະນະນໍາຈາກອົງການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງ ເຊິ່ງໄດ້ຮັບການເລື່ອນຊັ້ນຈາກພົນຈັດຕະວາຂຶ້ນເປັນພົນຕີມີ 5 ທ່ານ ຄື: ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ປະລິນຍາເອກ ວົງຄຳ ພົມມະກອນ ຫົວຫນ້າກົມໃຫຍ່ພະ ລາທິການກອງທັບ, ທ່ານ ພົນຈັດຕະວາ ຄຳລຽງ ອຸທະໄກສອນ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ, ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ພົນ ຈັດຕະວາ ສອນທອງ ພົມລາວົງ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ນອກນັ້ນຍັງເລື່ອນຂັ້ນພັນເອກຂຶ້ນ ພົນຈັດຕະວາ ມີ 8 ທ່ານຄື: ທ່ານ ພັນເອກ ສີພອນ ຈັນສົມວົງ, ທ່ານ ພັນເອກ ສີໄຫວ ໄມພອນ, ທ່ານ ພັນເອກ ບຸນສູງ ຢາທໍ່ຕູ້, ທ່ານ ພັນເອກ ຄອນສະຫວັນ ມິ່ງຈຳປາບານ, ທ່ານ ພັນເອກ ຄໍາຫຼ້າ ວົງວິໄລ, ທ່ານ ພັນເອກ ກັນໄຍ ໄຊຍະສິດ, ທ່ານ ພັນເອກ ສາຍສະໝອນ ສະຫຼັບແສງ ແລະ ທ່ານ ພັນເອກ ສົມບູນ ວັງລາດ ຂຶ້ນເປັນ ພົນຈັດຕະວາ. ໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານກໍຄື ການປະຕິບັດວຽກງານຊີ້ນຳ-ນຳພາຂອງບັນດາທ່ານທີ່ໄດ້ ຮັບການເລື່ອນຊັ້ນຄັ້ງນີ້, ຖືວ່າເປັນພະນັກງານ-ເປັນນາຍທະຫານຂັ້ນສູງຂອງພັກ-ລັດ ແລະ ຂອງກໍາລັງປ້ອງກັນຊາດທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນດັ່ງນັ້ນ, ບັນດາທ່ານທີ່ ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ຈົ່ງສືບຕໍ່ເອົາໃຈໃສ່ພັດ ທະນາຕົນເອງໃນທຸກດ້ານ, ຮັບປະກັນໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງກວ່າເກົ່າ, ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ມີແບບແຜນວິທີເຮັດວຽກທີ່ມີວິທະຍາ ສາດໃນການນຳພາບັນຊາ, ມີຄວາມເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ນາຍ ແລະ ພົນທະຫານ. ຂອບໃຈຂໍ້ມູນຂ່າວຈາກ: ລາຍການກອງທັບປະຊາຊົນລາວ.
Editor: ຕະວັນ ແສງສະຫວັນ