ກອງປະຊຸມສະຫຼຸບການຈັດຕັ້ງ ແລະ ເຄື່ອນໄຫວ ຂອງສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ ລະຄອນເພັງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ ສະໂມສອນ ຂອງເມືອງລະຄອນເພັງ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ໜູໄຊ ຈັນດາວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ປະທານຄະນະຊີ້ນໍາ ສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາ ຂັ້ນເມືອງ ແລະ ທ່ານ ມະໄລວອນ ສີປະເສີດ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ສາລະວັນ ຜູ້ປະສານງານໂຄງການ ວິທະຍຸຊຸມຊົນ ເພື່ອການພັດທະນາ ຂັ້ນແຂວງ ມີທ່ານ ຫົວໜ້າຫ້ອງການ-ອົງການທຽບເທົ່າອ້ອມຂ້າງເມືອງ, ຄະນະພັກຮາກຖານ 3 ກຸ່ມບ້ານ, ນາຍບ້ານ ອ້ອມຂ້າງເທດສະບານ ແລະ ອາສາສະໝັກວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ ລະຄອນເພັງ ເຂົ້າຮ່ວມທັງໝົດ 23 ທ່ານ. ໂດຍມີຈຸດປະສົງ: ເພື່ອສະຫຼຸບຕີລາຄາຄືນ ສະພາບການຈັດຕັ້ງເຄື່ອນໄຫວ, ດ້ານດີ-ອ່ອນ, ຂໍ້ສະດວກ-ຫຍຸ້ງຍາກ ແລະ ທິດທາງແຜນການ 2017 ແລະ ເພື່ອຄົ້ນຄ້ວາລະດົມແນວຄວາມຄິດ ເປັນແນວທາງໃນການຈັດຕັ້ງເຄື່ອນໄຫວ ຂອງສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ ລະຄອນເພັງ ໃຫ້ມີຄວາມຍືນຍົງ. ພາຍຫຼັງຄະນະຈັດຕັ້ງກອງປະຊຸມ ໄດ້ນຳສະເໜີຄະນະປະທານ, ແຂກ ແລະ ກ່າວຈຸດປະສົງກອງປະຊຸມ ທ່ານ ສົມຈິດ ພູມມະລາດ ຮອງຫົວໜ້າຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ຄະນະອໍານວຍການສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ ລະຄອນເພັງ ໄດ້ລາຍງານສະພາບການຈັດຕັ້ງເຄື່ອນໄຫວໃນໄລຍະຜ່ານມາ ແລະ ວາງທິດທາງແຜນການປະຈໍາປີ 2017 ຂອງສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ ລະຄອນເພັງ ເຊິ່ງໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງເຄື່ອນໄຫວ, ດ້ານດີ-ອ່ອນ, ຂໍ້ສະດວກ-ຫຍຸ້ງຍາກ ແລະ ທິດທາງແຜນການປີ 2017 ສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ. ຈາກນັ້ນ,ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນໃສ່ ບົດລາຍງານ ແລະ ທິດທາງແຜນການ ຂອງສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາເມືອງ ແລະ ໄດ້ພ້ອມກັນລະດົມຄວາມຄິດເຫັນ ເພື່ອເປັນແນວທາງ ໃນການຈັດຕັ້ງເຄື່ອນໄຫວຂອງສະຖານີໃຫ້ມີຄວາມຍືນຍົງ. ພ້ອມນີ້ຍັງໄດ້ເຫັນດີເປັນເອກະພາບ ໃຫ້ຮັບເອົາຊ່ຽວຊານ ຈາກແຜນງານ ສະມາຊິກສາພາແຫ່ງຊາດມາປະຈໍາຢູ່ສະຖານີ ເພື່ອເປັນອ້າຍລ້ຽງໃນການສ້າງຄວາມເຂັ້ມແຂງ ໃຫ້ສະຖານີ. ໂອກາດທ້າຍຂອງກອງປະຊຸມ, ຄະນະປະທານ ໄດ້ມີຄໍາເຫັນໃນຫຼາຍບັນຫາ ໂດຍເນັ້ນໜັກໃຫ້ບັນດາອາສາສະໝັກ ນັກຈັດລາຍການຕ້ອງກໍາໃຫ້ໄດ້ ແລະ ປະຕິບັດຕາມ 4 ລັກສະນຂອງສື່ມວນຊົນລາວ. (ລັກສະນະຕົວຈິງ,ລັກສະນະສຶກສາອົບຮົມ,ລັກສະນະຈັດຕັ້ງຊີ້ນໍາ ແລະ ລັກສະນະຕໍ່ສູ້).
Editor: ດາວໄຊ ສີວິໄລ