ໃນວັນທີ 9 ມິຖຸນາ 2017, ສະຖານທູດຣັດເຊຍ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງ ສະເຫລີມສະຫລອງ ວັນຊາດຣັດເຊຍ ຢູ່ນະຄອນຫລວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາ ທູຕານຸທູດ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.ໃນໂອກາດດັ່ງກ່າວ, ທ່ານ ມີຄາອິນ ບາຣານນອບ (Mikhail BARANOV) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ວັນຊາດຣັດເຊຍ ໄດ້ສະເຫລີມສະຫລອງ ມາແຕ່ປີ 1992 ໃນເວລາທີ່ສະຫະພັນຣັດເຊຍ ໃນຖານະເປັນຜູ້ສືບທອດ ຂອງ ອະດີດສະຫະພາບໂຊວຽດ ໄດ້ຮັບການສ້າງຕັ້ງຂຶ້ນ. ວັນດັ່ງກ່າວ, ບໍ່ພຽງແຕ່ສະທ້ອນເຖິງການປ່ຽນແປງ ທາງດ້ານປະຊາທິປະໄຕ ແລະ ເສດຖະກິດ ແຕ່ມັນຍັງສະທ້ອນເຖິງ ເສັ້ນທາງປະຫວັດສາດທັງໝົດ ຂອງປະເທດຣັດເຊຍ ທີ່ໄດ້ພັດທະນາຢ່າງຕໍ່ເນື່ອງ.
ຂອບໃຈຂໍ້ມູນຈາກ: ສໍານັກຂ່າວສານປະເທດລາວ
Editor: ຕະວັນ ແສງສະຫວັນ