ໃນໂອກາດດຳເນີນກອງປະຊຸມໃຫຍ່ ຂອງສະຫາພັນກຳມະບານເມືອງເຊໂປນ ຄັ້ງທີ 6 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ມີຫລາຍພາກສ່ວນປະກອບສ່ວນທຶນຮອນເຂົ້າອຸປະຖຳແກ່ກອງປະຊຸມໃຫ່ຍສະຫະພັນກໍາມະບານເມືອງເຊໂປນ ໂດຍສະເພາະສະຫະພັນກໍາມະບານແຂວງ ປະກອບສ່ວນ ເງິນ ຈຳນວນ 10 ລ້ານກີບ,ຫ້ອງການສະຫະພັນກໍາມະບານເມືອງຟີນ, ເມືອງວິລະບູລີ ປະກອບສວ່ນເມືອງລະ 5 ແສນກີບ, ເມືອງນອງ 3 ແສນກີບ ແລະ ພາກສວ່ນອື່ນທີ່ໄດ້ຈາກການລະດົມທຶນສະມາຊີກ,ຫ້ອງການຕ່າງໆບໍລິສັດ,ຫ້າງຮ້ານ,ບຸກຄົນປະກອບ ສ່ວນມູນຄ່າ 22 ລ້ານ7ແສນກີບ,ໂດຍແມ່ນທ່ານ ວັນນະລາດ ຫົງສາທິລາດປະທານສະຫະພັນກໍາມະບານແຂວງ, ຕາງໜ້າ 3 ເມືອງ ເປັນຜູ້ມອບ,ແລະ ທ່ານ ຄໍາຟອງ ໄຊທິບຸດ ປະທານສະຫະພັນກໍາມະບານເມືອງເຊໂປນ ເປັນຜູ້ຂື້ນຮັບ,ໂດຍຊ້ອງໜ້າສະມາຊີກ,ຜູ້ແທນສົມບູນ ແລະ ແຂກຖືກເຊີນເປັນສັກຂິພີຍານນໍາດ້ວຍ. ຂ່າວຍັງແຈ້ງຕື່ມອີກວ່າ: ໃນກອງປະຊຸມໃຫ່ຍສະຫະພັນກໍາມະບານເມືອງເຊໂປນ ຄັ້ງທີ 6 ຍັງໄດ້ມີພີທີມອບຂອງຂັວນໃຫ້ອາດີດປະທານ, ຮອງສະຫະພັນກໍາມະບານເມືອງ ຈໍານວນ 3 ທ່ານ, ມອບໃບຍ້ອງຍໍສະຫະພັນກໍາມະບານແຂວງ ໃຫ້ກົມກອງ, ຮາກຖານ ຈໍານວນ 34 ໃບ, ໃບຍ້ອງຍໍເຈົ້າແຂວງຜົນງານ 5 ປີ, ປະກອບສ່ວນເຂົ້າໃນວຽກງານກໍາມະບານເມືອງ ໃຫ້ບຸກຄົນດີເດັ່ນ ຈໍານວນ 108 ທ່ານ, ໃບຍ້ອງຍໍສະຫະພັນ ກໍາມະບານແຂວງ ໃຫ້ບຸກຄົນດີເດັ່ນ ຈໍານວນ 166 ທ່ານ, ໃບຊົມເຊີຍ ຈໍານວນ 182 ທ່ານ ໂດຍແມ່ນ ທ່ານ ວັນນະລາດ ຫົງສາທິລາດ ປະທານສະຫະພັນກໍາມະບານແຂວງສະຫວັນນະເຂດ ແລະ ທ່ານ ວົງໄຊ ໄຊຍະຈັກຮອງເຈົ້າເມືອງເຊໂປນ ເປັນຜູ້ມອບ, ຕາງໜ້າກົມກອງ, ຮາກຖານ, ບຸກຄົນດີເດັ່ນຂື້ນຮັບ, ຊ້ອງໜ້າແຂກເຂົ້າຮ່ວມທັງໝົດເປັນສັກຂິພີຍານນໍາດ້ວຍ.