ໃນຕອນເຊົ້າວັນທີ 29 ພຶດສະພາ ທີ່ຜ່ານມານີ້, ຢູ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ໂມດ ໄອນີ ອາຕັນ (Mohd Aini Atan) ເນື່ອງໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດມາເລເຊຍຄົນໃໝ່ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີທີ່ທ່ານໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລັດຖະທູດມາເລເຊຍປະຈຳລາວຄົນໃໝ່, ພ້ອມສະແດງຄວາມຂອບໃຈໃນການຕັ້ງໜ້າເຄື່ອນໄຫວວຽກງານໃນຂອບອາຊຽນທີ່ລາວເປັນເຈົ້າພາບໃນປີ 2016 ຜ່ານມາ ເຊິ່ງ ຫວັງວ່າທ່ານຈະປະຕິບັດໜ້າທີ່ຂອງຕົນເພື່ອປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ມາເລເຊຍໃຫ້ນັບມື້ນັບມີການພັດທະນາດີຂຶ້ນ. ພ້ອມດຽວກັນນີ້ທ່ານ ໂມດ ໄອນີ ອາຕັນ ໄດ້ສະແດງຄວາມຂອບອົກຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສຸມຄວາມພະຍາຍາມເພື່ອປະກອບສ່ວນໃນການຮ່ວມມື, ໂດຍສະເພາະແມ່ນປະກອບສ່ວນເສີ່ມສ້າງມິດຕະພາບ ລະຫວ່າງ ກອງທັບມາເລເຊຍ- ລາວໃນຫຼາຍດ້ານໃນອະນາຄົດ.
Editor: ຕະວັນ ແສງສະຫວັນ