ກອງປະຊຸມສົ່ງເສີມການລົງທືນ-ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສາມແຂວງ ພາກກາງຂອງ ສປປ ລາວ, ທີ່ມີຊາຍແດນຕິດຈອດກັບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄະນະຜູ້ແທນຝ່າຍລາວ ແມ່ນນຳໂດຍ ທ່ານ ປະລິນຍາເອກ ໂພໄຊ ໄຊຍະສອນ ຮອງເລຂາພັກແຂວງ-ຮອງເຈົ້າແຂວງສະຫວັນນະເຂດ ມີຕາງໜ້າອຳນາດການປົກຄອງແຂວງສາມແຂວງພາກກາງ ເຊີ່ງປະກອບດ້ວຍ ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ້ຽວຂ້ອງຂອງແຕ່ລະແຂວງ ແລະ ນັກທຸລະກິດເຂົ້າຮ່ວມ 60 ກວ່າທ່ານ.ຈຸດປະສົງ ຂອງກອງປະຊຸມຄັ້ງນີ້, ກໍ່ເພື່ອເປັນການແລກປ່ຽນ ຖອດຖອນບົດຮ່ວມກັນ ທາງດ້ານການຄ້າ ແລະ ການລົງທືນ ໂດຍຕິດພັນກັບການທ່ອງທ່ຽວ ເປັນການສົ່ງເສີມນັກທຸລະກິດຂອງຕ່າງປະເທດ ໃຫ້ມາລົງທືນນັບມື້ນັບຫຼາຍຂື້ນ ດ້ວຍສະພາບບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ໃນພິທີຕາງໜ້າໃຫ້ຄະນະຜູ້ແທນແຕ່ລະຝ່າຍ ໄດ້ພັດປ່ຽນກັນລາຍງານ ສະພາບການ ພັດທະນາ ເສດຖະກິດສັງຄົມ ແລະ ການລົງທືນຂອງແຕ່ລະແຂວງ ໃຫ້ກັນຊາບ, ໂອກາດນີ້ ທ່ານ ບຸນມາ ບຸຈະເລີນ ຮອງເຂລາພັກແຂວງ-ຮອງເຈົ້າແຂວງບໍລິຄຳໄຊ ໃນນາມຕາງໜ້າໃຫ້ແກ່ຄະນະຜູ້ແທນແຂວງບໍລິຄຳໄຊ ໄດ້ລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມ ການລົງທືນຈາກພາກລັດ ແລະ ເອກະຊົນ ເຫັນວ່າ ມີຫຼາຍໂຄງການໄດ້ກາຍເປັນຮູບປະທຳເທື່ອລະກ້າວ ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ ຍັງເປັນການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມຜູ້ແທນຂັ້ນສູງຂອງແຕ່ລະແຂວງ ຊື່ງຈະໄດ້ຈັດຂື້ນ ໃນຕົ້ນເດືອນກໍລະກົດ ທີ່ຈະມາເຖິງນີ້.