ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວວຽກງານ ແລະ ໂອ້ລົມຕໍ່ຄະນະນຳ ແຂວງໄຊສົມບູນ ໃນວັນທີ 24 ພຶດສະພາ ນີ້ ທີ່ສະໂມສອນເມືອງອານຸວົງ, ແຂວງໄຊສົມບູນ ໂດຍມີທ່ານ ລຽນ ທີແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຄະນະນຳແຂວງໄຊສົມບູນເຂົ້າຮ່ວມ. ໃນໂອກາດດັ່ງກ່າວນີ້ ປະທານປະເທດ ກໍໄດ້ຮັບຟັງການ ລາຍງານສະພາບລວມ, ຈຸດພິ ເສດທ່າແຮງຂອງແຂວງ ໂດຍ ທ່ານ ພົນຕີ ທອງລອຍ ສີລິວົງ ເຈົ້າແຂວງໄຊສົມບູນ. ຈາກນັ້ນ ທ່ານປະທານປະເທດ ກໍໄດ້ໂອ້ລົມ ເພື່ອໃຫ້ທິດເຍືອງທາງຕໍ່ຄະນະພັກ, ຄະນະນຳຂອງແຂວງ ໂດຍໄດ້ເນັ້ນໃຫ້ເອົາໃຈ ໃສ່ບາງບັນຫາຈຸດສຸມດັ່ງນີ້: 1. ຄະນະນຳຂອງແຂວງຕ້ອງນຳເອົາແນວທາງຂອງພັກ- ລັດ ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ຢ່າງຖືກຕ້ອງ ເພື່ອໃຫ້ປະຊາ ຊົນເຂົ້າໃຈຢ່າງຈະແຈ້ງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຢ່າງໜັກແໜ້ນ, 2. ສຸມໃສ່ພັດທະນາເສດຖະກິດ- ສັງຄົມຂອງແຂວງ ໂດຍສະເພາະ ແມ່ນຫັນເອົາວຽກງານແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຕົ້ນຕໍ, 3. ເອົາໃຈໃສ່ ຕໍ່ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບເປັນໜ້າທີ່ສຳຄັນ, 4. ຍູ້ແຮງໃຫ້ປະຊາຊົນທຳການຜະລິດ, ປູກຝັງ, ລ້ຽງສັດ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ພ້ອມກັບຜະລິດເປັນສິນຄ້າ ໂດຍຕິດພັນກັບວຽກງານພັດທະນາຊັບພະຍາກອນມະນຸດ ເພື່ອລຶບລ້າງການກືກໜັງສື, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ທາງສັງຄົມໃຫ້ທັນການ, 5. ປັບປຸງວຽກງານ ການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ, 6. ສຸມໃສ່ວຽກງານ ວັດທະນະທຳ-ສັງຄົມ ໂດຍສະເພາະແມ່ນວຽກງານການສຶກສາ ແລະ ສາທາລະນະສຸກ, 7. ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນການສັບຊ້ອນບຸກຄະລາກອນເຂົ້າໃນຂະແໜງການ ໃຫ້ມີຄວາມເໝາະສົມທາງດ້ານຄວາມສາມາດ. ໃນໂອກາດສຳຄັນດັ່ງ ກ່າວນີ້ ທ່ານ ບຸນຍັງ ວໍລະຈິດ ໄດ້ມອບອຸປະກອນ, ເຄື່ອງໃຊ້ ຫ້ອງການ ແລະ ເງິນສົດ ລວມ ມູນຄ່າທັງໝົດ 100 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານຂອງແຂວງໄຊສົມບູນ. ຂອບໃຈຂໍມູນຈາກ ຫນັງສືພິມປະຊາຊົນ
Editor: ຕະວັນ ແສງສະຫວັນ