ໃນບັນຍາກາດ ທີ່ບັນດາປະຊາຊາດ ສະເຫລີມສະຫລອງ ວັນເດັກສາກົນ ເພື່ອສັນລະເສີນ ແລະ ປົກປ້ອງເດັກ ໃນທົ່ວໂລກ, ພວກເຮົາພ້ອມກັນສະເຫລີມສະຫລອງ ວັນເດັກສາກົນ ວັນທີ 1 ມິຖຸນາ 2017 ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນຕ້ານການໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ 2017 ຢ່າງເປັນຂະບວນການອັນຟົດຟື້ນ. ໃນປີນີ້ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້; ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ນະຄອນຫລວງວຽງຈັນ ພ້ອມກັບບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ຮ່ວມກັນສະເຫລີມສະຫລອງ 2 ວັນສຳຄັນດັ່ງກ່າວ. ໃນໂອກາດ ທີ່ມີຄວາມຫມາຍສຳຄັນນີ້, ຕາງຫນ້າໃຫ້ການນຳພັກ ແລະ ລັດ ອວຍພອນໃຫ້ເດັກນ້ອຍທຸກຄົນ ທີ່ເປັນລູກ, ເປັນຫລານ ແລະ ເປັນອານາຄົດຂອງຊາດລາວ ຂອງພວກເຮົາ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຕັ້ງຫນ້າໃນການຝຶກຝົນ ຫລໍ່ຫລອມຕົນເອງ ໃຫ້ກາຍເປັນຜູ້ໃຫຍ່ ທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບ, ມີຄຸນສົມບັດສິນທຳປະຕິວັດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອານາຄົດ. ອີກດ້ານນື່ງ ກໍ່ຈະໄດ້ພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍ ຂອງພັກ ແລະ ລັດ ທີ່ມີຕໍ່ເດັກນ້ອຍທຸກຄົນ ໃນ ສປປ ລາວ ກໍຄື ການກະກຽມພື້ນຖານ ດ້ານຊັບພະຍາກອນມະນຸດ ເພື່ອສືບທອດພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດເຮົາ, ທັງເປັນການທົບທວນຄືນ ການຈັດຕັ້ງປະຕິບັດ ພັນທະຕໍ່ສາກົນ ແລະ ພາກພື້ນອາຊຽນ, ໃນວຽກສິິດທິເດັກນ້ອຍ, ວຽກປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ, ລວມທັງ ການໃຊ້ແຮງງານເດັກນ້ອຍ. ເພື່ອຮັບປະກັນ ການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກນ້ອຍທຸກຄົນ, ເຮັດໃຫ້ເດັກລາວບັນດາເຜົ່າ ໄດ້ມີໄວເດັກທີ່ເຕັມໄປດ້ວຍຄວາມຜາສຸກ, ຄວາມຮັກອັນອົບອຸ່ນ ແລະ ໄດ້ຮັບການເບີ່ງແຍງດູແລເອົາໃຈໃສ່ເປັນຢ່າງດີ ຈາກພໍ່ແມ່, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ. ນອກຈາກນັ້ນ, ພວກເຮົາຍັງຈະໄດ້ ທົບທວນຄືນ ບັນດາຄາດຫມາຍຕ່າງໆ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກສິດທິເດັກ, ວຽກເປົ້າຫມາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບວຽກຕ້ານ ການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ, ວຽກປົກປ້ອງ ແລະ ຊ່ວຍເຫລືອເດັກນ້ອຍ ທີ່ຖືກເຄາະຮ້າຍ ຕິດພັນກັບການສົ່ງເສີມໃຫ້ເດັກນ້ອຍ ໄດ້ເຂົ້າຮ່ວມໃນການປູກຕົ້ນໄມ້ ເພື່ອປົກປັກຮັກສາສະພາບແວດລ້ອມ ແລະ ສືບຕໍ່ປູກຕົ້ນໄມ້ໃຫ້ເປັນປ່າ ໃນອານາຄົດ ເພື່ອບັນລຸເປົ້າຫມາຍໃຫ້ມີປ່າໄມ້ປົກຫຸ້ມໃນທົ່ວປະເທດກວມ 70 ສ່ວນຮ້ອຍ ໃນປີ 2020.ໃນໂອກາດສະເຫລີມສະຫລອງ ວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2017, ລວມທັງວັນຕ້ານການໃຊ້ແຮງງານເດັກສາກົນ 12 ມິຖຸນາ 2017 ນີ້, ຕາງຫນ້າໃຫ້ ລັດຖະບານ, ຂໍຮຽກຮ້ອງມາຍັງ ບັນດາການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວຫນ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖີງປະຊາຊົນ ລວມທັງເດັກນ້ອຍລາວບັນດາເຜົ່າ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ້ມທະວີອອກແຮງຈັດຕັ້ງປະຕິບັດວຽກ ກ່ຽວກັບເດັກ ເພື່ອຮັບປະກັນການດູແລເອົາໃຈໃສ່, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກນ້ອຍ ທີ່ເປັນລູກຫລານຂອງພວກເຮົາ ໃຫ້ມີໄວເດັກທີ່ສົດໃສ ເພື່ອກ້າວເປັນຜູ້ໃຫຍ່ ທີ່ມີອານາຄົດ, ເປັນກຳລັງຕົ້ນຕໍຂອງຊາດ ໃນການປະກອບສ່ວນ ນຳເອົາປະເທດໃຫ້ຫລຸດພົ້ນ ຈາກຄວາມດ້ອຍພັດທະນາ ໃນປີ 2020.