ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອ) ກັບສະພາຫໍການຄ້າ ແຫ່ງປະເທດໄທ ພ້ອມທັງສະພາອຸດສະຫາກຳແຫ່ງປະເທດໄທ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ 2 ສະບັບ ເພື່ອເສີມຂະຫຍາຍ ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ. ການລົງນາມດັ່ງກ່າວໄດ້ຈັດຂື້ນໃນວັນທີ 24 ພຶດສະພາ 2017 ທີ່ຜ່ານມາ ທີ່ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ໂດຍການເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ທ່ານ ກະລິນ ສາລະສິນ ປະທານສະພາການຄ້າແຫ່ງປະເທດໄທ. ພ້ອມຄະນະ ເຂົ້າຮ່ວມ. ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ, ການລົງທຶນ ຂອງພາກເອກະຊົນ ລາວ-ໄທ ໃຫ້ມີຄວາມແຫນ້ນແຟ້ນ ແລະ ຫລາຍຂື້ນກວ່າເກົ່າ ໂດຍສະເພາະເອກະສານ 2 ສະບັບຄື: ບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ກັບ ສະພາຫໍການຄ້າແຫ່ງປະເທດໄທ ໃນການສົ່ງເສີມສາຍພົວພັນທາງທຸລະກິດ ແລະ ພັດທະນາການຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດ, ໂດຍສະເພາະດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນ, ເຄືອຂ່າຍນັກທຸລະກິດຫນຸ່ມ, ການຈັດງານວາງສະແດງສິນຄ້າ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ.