ວັນທີ 17 ສິງຫານີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ບໍລິສັດແອລທີ ຈໍາກັດຜູ້ດຽວ ໄດ້ຈັດງານປະກວດ ລາວຊຸບເປີໂມເດວ 2019 ໂດຍພາຍໃຕ້ການຊີ້ນໍາຂອງພະແນກຖະແຫຼງຂ່າວ, ວັດທະນະນໍາ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ວັນນາລີ ອ່ອນສະຫວັດ, ປະທານໂຄງການປະກວດລາວຊຸບເປີໂມເດວ 2019, ເປັນກຽດເຂົ້າຮ່ວມໂດຍທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າ ຖວທ ນະຄອນຫຼວງວຽງຈັນ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແຂກທີ່ຖືກເຊີນ, ພາກສ່ວນກ່ຽວຂ້ອງ ແລະພ້ອມດ້ວຍມວນຊົນເຂົ້າເຊຍຈໍານວນຫຼວງຫຼາຍ.
ໃນໂອກາດນີ້, ທ່ານນາງ ວັນນາລີ ອ່ອນສະຫວັດ, ປະທານໂຄງການປະກວດລາວ supermodel ກ່າວວ່າ, ປີນີ້ເປັນປີພິເສດ ນອກຈາກຈະໄດ້ເຊີນບັນດາຄູຝຶກຂອງລາວ ທີ່ມີຄວາມຮູ້ສະເພາະດ້ານມາຝຶກສອນການຍ່າງແບບ, ການສ້າງບຸກຄະລິກກະພາບ ແລະ ອື່ນໆ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ເຂົ້າປະກວດແລ້ວ ຍັງໄດ້ເຊີນບັນດານາງແບບ, ນັກສະແດງທີ່ມີຊື່ສຽງຈາກຕ່າງປະເທດມາຮ່ວມນໍາ.
ໂອກາດດັ່ງກ່າວ, ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າ ພະແນກ ຖວທ ນະຄອນຫຼວງວຽງຈັນ ກ່າວວ່າ, ໂຄງການດັ່ງກ່າວນອກຈາກຈະເປັນເວທີໃຫ້ລູກຫຼານເຍົາວະຊົນ ແລະຊາວໜຸ່ມ ໄດ້ມີໂອກາດກ້າສະແດງພອນສະຫວັນ ແລະຄວາມສາມາດຂອງຕົນແລ້ວ ຍັງເປັນບ່ອນສຶກສາຮຽນຮູ້ປະເພນີມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ຄຽງຄູ່ໄປກັບການປະຍຸກສີສັນຂອງສາກົນໄດ້ເປັນຢ່າງດີ ແລະຫວັງວ່າ, ໂຄງການດັ່ງກ່າວຈະສືບຕໍ່ດໍາເນີນ ແລະ ມີການພັດທະນາໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.
ສໍາລັບຜູ້ຊະນະເລີດໂຄງການປະກວດລາວ ຊຸບເປີໂມເດວ 2019 ລຸ້ນໃຫຍ່ (ໄດ້ຮັບເງິນລາງວັນ 10.000.000 ກີບ) ໄດ້ແກ່ M10 ທ້າວ ໄຊສົມບູນ ຜິວນວນ (ເບັ້ນ) ແລະ L7 ນາງ ກໍລະພິນ ສິນລາດຊະວົງ (ຟ້າ).
ສ່ວນລາງວັນຂວັນໃຈມະຫາຊົນ ໄດ້ແກ່ M2 ທ້າວ ທະນູສອນ ພິລາວົງ ແລະ L9 ນາງ ຈັນທະແສນສັກ. ລາງວັນຂັວນໃຈຊ່າງພາບ ໄດ້ແກ່ M1 ທ້າວ ໄຊຊະນະ ສີບັນດິດ ແລະ L1 ນາງ ສີສຸວັນ ສີລະບຸນຕາ ແລະລາງວັນອື່ນໆ.
ສໍາລັບຜູ້ຊະນະເລີດລາວຊຸບເປີໂມເດວລຸ້ນນ້ອຍ (ໄດ້ຮັບເງິນລາງວັນ 5.000.000 ກີບ) ໄດ້ແກ່ SM3 ທ້າວ ສຸກພະໄຊ ຄໍາຫົງສາ ( ແຄ້ມ) ແລະ SL1 ນາງ ອານິດາ ຈັນທະວົງ (ປູ່ບີ່) ນອກນັ້ນຍັງມີລາງວັນຂັວນໃຈມະຫາຊົນ, ລາງວັນຂັວນໃຈຊ່າງພາບ ແລະລາງວັນອື່ນໆ.