ເປັນຂອງຂວັນພິເສດໃນວັນຄ້າຍວັນເກີດຂອງໜຸ່ມໂອລາ ທີ່ນຳມາມອບໃຫ້ເລົ່າແຟນຄຣັບຂອງທ້າວ ເພາະທ້າວກຽມມີໂປຣເຈັກໃຫມ່ໃຫຍ່ກວ່າເກົ່າ ຂອງ Black eyes ທີ່ຈະມາ feat P-hot ນັກຮ້ອງ rap hip-hop ຈາກລາຍການດັງຂອງທາງຝັ່ງໄທ (the rapper) ເຈົ້າຂອງຜົນງານເພັງ Bye Bye ແລະ ເພັງ ຊຽບ ຄິດວ່າຫລາຍຄົນກໍ່ຄົງເປັນທີຮູ້ຈັກກັນດີຢູ່ແລ້ວ
ເຊິ່ງຂ່າວດີກໍ່ຄື ທັງ2ຈະມີຜົນງານເພັງຮ່ວມກັນໃຫ້ແຟນຄັບຂອງທັງຝັ່ງລາວ ແລະ ຝັ່ງໄທຍ ລໍຖ້າກັນໄດ້ເລີຍ ບອກໄດ້ຄຳດຽວເລີຍວ່າ ມັນແນ່ນອນແຖມຍັງມີຂ່າວຈາກວົງໃນມາອີກງານງົບປະມານໃນການສ້າງສູງ......ສຸດໆວ້າວໆ ຈັງໃດທີມງານພວກເຮົາເປັນກຳລັງໃຈ ແລະ ຖ້າຟັງຜົນງານເພງຂອງທັງຄູ່ເດີ.
Editor: Thavisack BAYRASY