ໃນວັນທີ 29 ມິຖຸນາ 2017 ຢູ່ທີ່ໂຮງຮຽນສິນລະປະດົນຕີແຫ່ງຊາດ, ໄດ້ມີງານແຂ່ງຂັນປະກວດສິລະປະດົນຕີແຫ່ງຊາດ ຄັ້ງທີ II ຂື້ນ ໂດຍເປັນກຽດເຂົ້າຮ່ວມງານຂອງ ທ່ານ ຄໍາພວງ ອິນທະວົງສີ, ສິລະປິນແຫ່ງຊາດ, ຫົວຫນ້າກົມສິລະປະການສະແດງ, ກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ມີຄະນະອຳນວຍການ, ພະນັກງານ, ຄູອາຈານ, ນ້ອງນັກນຮຽນ ແຂກຖືກເຊີນ ແລະ ຜູ້ປົກຄອງເຂົ້າຮ່ວມ.
ຊຶ່ງການຈັດງານແຂ່ງຂັນປະກວດສິລະປະດົນຕີແຫ່ງຊາດ ຄັ້ງທີ II ໃນຄັ້ງນີ້ ປະກອບມີລາຍການສະແດງ ດັ່ງນີ້: ການຟ້ອນ, ຮ້ອງເພງ, ການສະແດງດົນຕີສາກົນ ແລະ ການສະແດງດົນຕີພື້ນເມືອງ. ເຊິ່ງວັດຖຸປະສົງຂອງການຈັດງານ ເພື່ອຊຸກຍູ້, ສົ່ງເສີມຫົວຄິດປະດິດສ້າງ, ການປະດິດຄິດແຕ່ງ, ຂອງຄູ-ອາຈານ, ສົ່ງເສີມພອນສະຫວັນ, ຄວາມຮູ້ຄວາມສາມາດ ຂອງນ້ອງນັກຮຽນ, ສ້າງທັກສະກ້າສະແດງອອກ ລະຫວ່າງ ການຮຽນຮູ້ທິດສະດີ ແລະ ພາກປະຕິບັດຕົວຈິງໃນເວທີການສະແດງຫຼາຍຂື້ນ, ຮຽນຮູ້ສົມທົບປະສົບການ ໃຫ້ມີຄວາມສຳນານງານ ເມື່ອຈົບໄປກໍ່ຈະມີຄຸນນະພາບ ສາມາດຕອບສະໜອງຄວາມຮຽກຫ້ອງຕ້ອງການຂອງວຽກງານໄດ້ດີ.
Editor: ຕະວັນ ແສງສະຫວັນ