ເພື່ອເປັນການສືບຕໍ່ປະກອບສ່ວນ ໂຄງການການປະຕິສັງຂອນພະທາດຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມລະດົມທຶນເປັນ ເງິນ-ຄໍາ ມາແຕ່ທ້າຍປີ 2015 ປັດຈຸບັນ ໄດ້ມີບຸກຄົນ, ສະມາຄົມ, ບໍລິສັດ ຫ້າງຮ້ານຕ່າງໆ ທີ່ມີຈິດໃຈສັດທາ ແລະ ເງື່ອນໄຂ ມາປະກອບສ່ວນເປັນເງິນ ແລະ ຄໍາ ຈໍານວນຫຼາຍພາກສ່ວນ ໃນນີ້ ບໍລິສັດ ໂຕໂຢຕ້າ ລາວທານີ ກໍ່ໄດ້ປະກອບສ່ວນເປັນຈໍານວນເງິນ 100 ລ້ານກີບ.
ພິທີມອບເງິນ ໄດ້ມີຂຶ້ນເມື່ອບໍ່ດົນນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຊຶ່ງມອບໂດຍທ່ານ ສົມສຸກ ພິພະຈັນ, ປະທານບໍລິສັດ ໂຕໂຢຕ້າ ລາວທານີ ຈໍາກັດ ແລະ ຮັບໂດຍທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງ ມີຮອງເຈົ້າຄອງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສິນລະວົງ ຄຸດໄພທູນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງປະທານບໍລິສັດ ໂຕໂຢຕ້າ ລາວທານີ ຈໍາກັດ ທີ່ມີນໍ້າໃຈສັດທາ ເຫັນໄດ້ຄວາມສໍາຄັນໃນການພັດທະນາ ວັດວາອາຮາມ ກໍ່ຄື ການປະຕິສັງຂອນພະທາດຫຼວງວຽງຈັນ ໃຫ້ມີຄວາມງົດງາມ ໃຫ້ສົມກັບເປັນມິ່ງຂວັນຊາວລາວ ແລະ ຈະນໍາເອົາເງິນຈໍານວນດັ່ງກ່າວ ໄປມອບປະກອບເຂົ້າ ໃນການປະຕິສັງຂອນພະທາດຫຼວງ ໃຫ້ປາກົດຜົນເປັນຈິງ.
ຂອບໃຈຂໍ້ມູນຈາກ: ລາຍການວຽງຈັນວັນນີ້
Editor: ດາວໄຊ ສີວິໄລ