ໃນວັນທີ 9 ສິງຫາ 2019 ທີ່ນະຄອນຫລວງວຽງຈັນ, ມູນນິທິ ວິຣະພຸຊົງ ໄດ້ນຳເອົາຢາແກ້ປວດ ແລະ ຢາສຳລັບທາພາຍນອກ ພ້ອມເງິນສົດ ລວມມູນຄ່າ 200 ລ້ານກວ່າກີບ ມອບ ໃຫ້ແກ່ສູນກາງແນວລາວສ້າງຊາດ ເພື່ອນຳໄປຊ່ວຍເຫລືອໃຫ້ປະຊາຊົນ ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ພາກໃຕ້ຂອງ ສປປ ລາວ. ຕາງໜ້າມອບເຄື່ອງຊ່ວຍເຫລືອຄັ້ງນີ້ ໂດຍທ່ານ ນາງ ເລີດມະນີ ລາຊະຈຳພອນ ຜູ້ຈັດການບໍລິສັດໄທເມດ ແລະ ຮັບໂດຍທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ.
ເຄື່ອງທີ່ນຳມາມອບຄັ້ງນີ້ ລວມມີ ເງິນສົດ 120 ລ້ານກີບ, ຢາແກ້ໄຂ້ຫວັດທິບຟີຊະນິດເມັດ ຈຳນວນ 45.000 ແຜ່ນ ມູນຄ່າ ເກືອບ 87 ລ້ານກີບ, ຢາໄດຟີແລນຄຣິມແກ້ປວດເມື່ອຍຕາມຮ່າງກາຍ ສຳລັບທາພາຍນອກ ຈຳນວນ 2.400 ຫລອດ ມູນຄ່າ 13 ລ້ານກວ່າກີບ.