
ໃນວັນທີ 30 ສິງຫາ 2019 ຜ່ານມາ, ເຈົ້າໜ້າທີ່ ສັດຕະວະແພດ ນະຄອນຫລວງວຽງຈັນ ສົມທົບກັບ ສັດຕະວະແພດ ເມືອງສີສັດຕະນາກ ລົງກວດກາ ການຂາຍຊີ້ນ ແລະ ຜະລິດຕະພັນສັດ ຢູ່(ຕະຫລາດຂົວດີນ ຫລື ຕະຫລາດໜອງຈັນ) ເມືອງສີສັດຕະນາກ ນະຄອນຫລວຽງຈັນ, ໃນວັນທີ 30 ສິງ ຫາ 2019.


ເພື່ອກວດສີ້ນສ່ວນເບີ່ງຫາພະຍາດ ຫລື ຄວາມສະອາດ ໃນຊີ້ນທີ່ແມ່ຄ້າ-ພໍ່ຄ້າ ນຳມາຈຳຫນ່າຍ ມີຄວາມປອດໄພດີ ຫລື ບໍ່. ທັງນີ້ເພື່ອປ້ອງກັນການລັກລອບ ນຳເອົາຊີ້ນສັດ ທີ່ມີພະຍາດ ມາຈຳຫນ່າຍ ໂດຍສະເພາະ ໃນຊີ້ຫມູ ( ພະຍາດອະຮິວາຫມູ ອັບຟຣິກກາ ແລະ ພະຍາດຍາດອື່ນໆ. ການລົງເຄື່ອນໄຫວ ກວດກາ ດັ່ງກ່າວ ນອກຈາກຢູ່ໃນຕະຫລາດຫນອງຈັນ ແລ້ວ ຍັງມີແຜນລົງຕະຫລາດແຫ່ງອື່ນໆ ໃນນະຄອນຫລວງ ແລະ ເມືອງ ໃຫ້ທົ່ວເຖິງ ແລະ ເປັນປະຈຳ.




