ພິທີມອບລາງວັນການແຂ່ງຂັນຮູບເງົາສາລະຄະດີ-ຮູບເງົາສັ້ນພາຍ ໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະຂ້ອຍ” ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ ນີ້, ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຫົງຈ່ຽງ ຫົວໜ້າພະແນກການເມືອງສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີບັນດາຜູ້ເຂົ້າແຂ່ງ ພ້ອມດ້ວຍພາກສ່ວນກ່ຽວທີ່ຂ້ອງເຂົ້າຮ່ວມ.
ການຈັດງານແຂ່ງຂັນຮູບເງົາສາລະຄະດີ-ຮູບເງົາສັ້ນ ໃນຄັ້ງນີ້ CRI ປະຈຳລາວ ຮ່ວມກັບ ກົມຮູບເງົາ ກະຊວງ ຖວທ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ການຊີ້ນຳຂອງສະຖານທູດຈີນປະຈຳ ລາວ ແລະ ກະຊວງ ຖວທ ສປປ ລາວ ໂດຍມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳ ກໍ່ຄືການເພີ່ມທະວີຄວາມສາມັກຄີສ້າງໄມຕີຈິດມິດຕະພາບ ລະຫວ່າງ ສອງປະເທດລາວ-ຈີນ. ການແຂ່ງຂັນຄັ້ງນີ້ ແມ່ນໄດ້ຮັບຄວາມສົນໃຈ ແລະ ຄວາມນິຍົມຊົມຊອບຈາກມວນຊົນທົ່ວປະເທດລາວ ໂດຍໄດ້ຮັບຮູບເງົາສາລະຄະດີ-ຮູບເງົາສັ້ນ ເກືອບ 30 ເລື່ອງ ທີ່ສົ່ງເຂົ້າປະກວດ, ລວມທັງຂົງເຂດວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ກິລາ ແລະ ອື່ນໆ.
ໂອກາດນີ້, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ໄດ້ມີຄວາມເຫັນວ່າ: ການແຂ່ງຂັນໃນຄັ້ງນີ້ ມີຄວາມໝາຍ ແລະຄວາມສຳຄັນໃນການສ້າງຂະບວນການສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນກໍ່ ຄືການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງສອງປະເທດຜ່ານຊ່ອງທາງຮູບເງົາ, ທັງເປັນການສ້າງເວທີໃຫ້ແກ່ນັກສ້າງຮູບເງົາລາວໄດ້ມີໂອກາດສະແດງຄວາມສາມາດ ແລະຜົນງານອອກສູ່ສາຍຕາສັງຄົມ ແລະ ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະສົ່ງເສີມການຜະລິດຮູບເງົາໃນ ສປປ ລາວ ອີກດ້ວຍ.
ຜົນຂອງການປະກາດຜົນລາງວັນ
ປະເພດຮູບເງົາສາລະຄະດີ
- ລາງວັນຊົມເຊີຍ ໄດ້ແກ່ເລື່ອງ: ເລື່ອງລາວຈາກນ້ອງສາຍຝົນ ໂດຍ: ທ້າວ ອິນທະນົງສັກ
- ລາງວັນທີ 3 ໄດ້ແກ່ເລື່ອງ: ອຸດົມການ ໂດຍ: ນາງ ຈັນທະຈອນ ນາກມົງຄົນ
- ລາງວັນທີ 2 ໄດ້ແກ່ ເລື່ອງ: ພວກເຮົາ ໂດຍ: ທ້າວ ຟອງສະຫມຸດ ພັນທະນຸວົງ
- ສຳລັບລາງວັນທີ 1 ແມ່ນບໍ່ມີເລື່ອງໃດໄດ້ ,,,,
ປະເພດຮູບເງົາສັ້ນ
- ລາງວັນຊົມເຊີຍ 2 ລາງວັນ ໄດ້ແກ່ເລື່ອງ: ວັນແຫ່ງຄວາມເສົ້າ sad day ໂດຍ: ທ້າວ ອານຸລັກ ສຸກແຮງເພັດ ແລະ ເລື່ອງ: ໃຜຄືຄົນຈີນ ໂດຍ: ນາງ ລັດສະຫມີ ຈັນທະລັງສີ
- ລາງວັນທີ 3 ໄດ້ແກ່ເລື່ອງ: ກັງຟູລ້ານຊ້າງ ໂດຍ: ທ່ານ ພິລາວັນ ຈັນທະກາສີ
- ລາງວັນທີ 2 ໄດ້ແກ່ເລື່ອງ: ນີຮາວ nihao ໂດຍ: ທ້າວ ສອນປະເສີດ ພັນພິລາ
- ລາງວັນທີ 1 ໄດ້ແກ່ເລື່ອງ: ບ້ານເກີດ ໂດຍ: ກ່າຊົງ.
ນອກຈາກການແຂ່ງຂັນຮູບເງົາແລ້ວ, CRI ປະຈໍາລາວ ແລະ ກົມຮູບເງົາ ກະຊວງ ຖວທ ຍັງຈະໄດ້ຈັດຊຸດເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າແຂ່ງ ເຊິ່ງອົບຮົມໂດຍນັກສ້າງຮູບເງົາ ແລະຜູ້ກຳກັບຮູບເງົາທີ່ມີຊື່ສຽງຂອງລາວ. ນອກຈາກນີ້ CRI ປະຈໍາລາວ ແລະ ກົມຮູບເງົາ ຍັງຈະເຊີນຜູ້ຊະນະການແຂ່ງຂັນໃນຄັ້ງນີ້ ມາຖ່າຍທຳລາຍການພິເສດ ເພື່ອເປັນການສົ່ງເສີມບຸກຄະລາກອນທາງດ້ານຮູບເງົາຂອງລາວ.