ສະມາຄົມສິລະປະ ແລະ ວັດທະນະທຳ ແຊຣິງ ສ. ເກົາຫຼີ ໄດ້ນຳເອົາເຄື່ອງມາມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 31 ກໍລະກົດ 2019 ນີ້, ທີ່ກະຊວງແຮງງານ ກ່າວມອບ ໂດຍທ່ານນາງ ຢູ ຮຽນ ສຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳ ແຊຣິງ ສ.ເກົາຫຼີ ແລະ ກ່າວຮັບໂດຍ ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ພ້ອມຄະນະທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງ ນີ້ປະກອບມີ: ເຄື່ອງນຸ່ງຫົ່ມ ແລະ ເກີບ ລວມມີ 3.953 ແກັດ;ໂຕະນັກຮຽນ 228 ໜ່ວຍ, ຕັ່ງ 303 ໜ່ວຍ, ບານເຕະ 5 ແກັດ ແລະ ອຸບປະກອນການຮຽນ 2 ແກັດ ລວມມູນຄ່າທັງໝົດ 1,3 ລ້ານກວ່າໂດລາ.
ທ່ານນາງ ໃບຄຳ ຂັດທິຍະ ໄດ້ຕາງໜ້າ ໃຫ້ຄະນະນຳກະຊວງ ຮສສ ສະແດງຄວາມຂອບໃຈເປັນຢ່າງດີ ຕໍ່ ທ່ານນາງ. ຢູ ຮຽນ ສຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳ ແຊຣິງ ສ.ເກົາຫຼີ ທີ່ນຳເອົາເຄື່ອງຈຳນວນດັ່ງກ່າວມາມອບໃນຄັ້ງນີ້.